ຊາວບ້ານຜູ້ຫາເຊົ້າກິນຄ່ຳ ສິ່ງທີ່ເຂົາຄອງຄອຍຄືພຶດຜົນທີ່ຜະລິດໄດ້ຂາຍ ມີເມັດເງິນມາຈູນເຈືອຄອບຄົວ ໄດ້ຊື້ສິ່ງທີ່ຝັນໄວ້ ແລ້ວສາວແອນທອງປະສົມກໍ່ກຳລັງເຮັດໜ້າທີ່ໃນຈຸດໆນັ້ນ.
ສາວແອນທອງປະສົມ ນັກສະແດງຊື່ດັງຈາກເມືອງໄທ ຍາມນີ້ບໍ່ໄດ້ອອກງານກໍ່ເຮັດໜ້າທີ່ຊ່ວຍເຫຼືອຊາວບ້ານ ເກັບຊື້ຜົນກະລິດເພື່ອໄປບໍລິຈາກຕໍ່ໃນທ່າມກາງໂຄວິດລະບາດ ຜູ້ຜະລິດບໍ່ມີບ່ອນຂາຍ ຂະນະທີ່ຫຼາຍຄົນໃນສັງຄົມຮອດບໍ່ມີບ່ອນຊື້ ສາວແອນກໍ່ຊື້ໄປແຈກເລີຍສາ.
ຫຼ້າສຸດນີ້ສາວແອນໄດ້ຮັບຂ່າວຈາກຜູ້ໃຊ້ເຟສບຸກເຊິ່ງເປັນຜູ້ຜະລິດເອງຂຽນຂໍ້ຄວາມຖີ້ມໄວ້ກັບສາວແອນວ່າຢາກໃຫ້ມາຊ່ວຍ ຕອນນີ້ຜັກກະລຳປີເຫຼືອພຽງໂລກລະປະມານ 600 ກີບ.
ທັນທີທີ່ຮູ້ຂ່າວແມ່ນໄດ້ ປະສານງານໄປຍັງຊາວສວນເພື່ອຂໍເກັບຊື້ມາແຈກໃຫ້ບັນດາໂຮງຮຽນ, ຊາວບ້ານ ແລະວັດ ເປັນການຊ່ວຍແບ່ງເບົາຊີວິດການເປັນຢູ່ຫຼາຍເຖິງ 6.900 ກິໂລ.
ສາວແອນບອກວ່າ ລະຄອນທີ່ແອນເປັນຄົນຈັດ ພະເອກກໍ່ມີອາຊີບເປັນຄົນປູກກະລຳປີພໍຈະເຂົ້າໃຈ ແລະເຫັນພາບຄວາມຫຍຸ້ງຍາກ ກວ່າຈະປູກຈະໄດ້ເກັບກ່ຽວຕ້ອງຂ້າມຜ່ານຫຼາຍຢ່າງແສນຫຍຸ້ງຍາກ ແອນເຫັນໃຈຈິ່ງຂໍຍື່ນມືຊ່ວຍ.