ຈາກເຟສບຸກທີ່ໃຊ່ຊື່ວ່າ champasack update ໄດ້ລາຍງານວ່າ ຂ່າວດ່ວນ! ຄົນຕິດເຊື້ອ ໂຄວິດ-19 ເສຍຊີວິດ ອີກ 1 ຄົນ ທີ່ປາກເຊບ່າຍວັນທີ 11 ສິງຫາ 2021
ລາຍງານຈາກ ອາສາສະໝັກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ, ມື້ນີ້ທີມງານໄດ້ຮັບແຈ້ງຈາກ ຄະນະສະເພາະກິດ ໃຫ້ຊ່ວຍ ຊາປະນະກິດ ຜູ້ເສຍຊີວິດ ເພດຍິງ, ເຊິ່ງເປັນຄົນ
ເຈັບຕິດເຊື້ອ ໂຄວິດ-19ລາຍລະອຽດ ເພີ່ມເຕີມ ຈະມີການຖະແຫຼງຂ່າວ ຈາກຄະນະສະເພາະກິດ ແຂວງຈໍາປາສັກ ໃນໄວໆນີ້ ຈັ່ງໃດກໍ່ຂໍໃຫ້ພາກັນຖ້າຟັງລາຍລະອຽດຕື່ມເດີ້
ແລະກໍ່ຂໍໃຫ້ທຸກູົນພາກັນລະມັດລະວັງ ບໍ່ພາກັນຖືເບົາເດີ້ ໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ໝັ່ນລ້າງມືດ້ວຍສະບູທຸກຄັ້ງ ແລະບໍ່ຊຸມນຸມກັນ ປະຕິບັດມາດຕະການທີ່ພັກລັດ
ເພີ່ນວາງອອກຢ່າງເຄັ່ງຄັດ ແລະອີກເລື້ອງໜຶ່ງທີ່ຢາກຝາກໄວ້ ຢ່າພາກັນຖືເບົາເດີ້ເຖິງແມ່ນວ່າສັກວັກຊີນແລ້ວກໍ່ຕາມກໍ່ຍັງຕິດເຊື້ອໄດ້ ແມ່ນຢູ່ວ່າບໍ່ເຮັດໃຫ້ຕິດເຊື້ອຮຸນແຮງແລະ
ບໍ່ເສຍຊີວິດ ກໍ່ຈົ່ງຢ່າປະໝາດ ສຸດທ້າຍຂໍໃຫ້ທຸກຄົນປອດໄພຈາກໂູຄວິດ ແລະຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດດ້ວຍ