ວັນທີ 12 ສິງຫາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 202 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 202 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 35 ຄົນ( 34 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 120 ຄົນ ( 118 ຄົນ ເປັນກໍລະນີນຳເຂົ້າ) ( 2 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 33 ຄົນ ( 27 ຄົນ ເປັນກໍລະນີນຳເຂົ້າ) ( 6 ຄົນ ໃນຊຸມຊົນ) , ແຂວງສາລະວັນ: 8 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງວຽງຈັນ: 2 ຄົນ (ໃນຊຸມຊົນ), ແຂວງເຊກອງ: ( 1 ຄົນ ໃນຊຸມຊົນ) , ແຂວງບໍລິຄຳໄຊ: 3 (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ