ເບິ່ງໄວ້ເປັນບົດເຕືອນໃຈ ຫຼາຍຄົນເຫັນວ່າໂຄວິດມາຜົນກະທົບໜັກຫາເງິນບໍໄດ້ ແຕ່ບາງກຸ່ມກັບບອກວ່າໂຄວິດມາໂອກາດທອງໃນການຫາເງິນ ອາດຈະແມ່ນຊ່ອງທາງຫາເງິນໄດ້ດີສຳລັບບາງຄົນແຕ່ຂໍແນະນຳຢ່າງໄປຂາຍໃຫ້ຈຸດກວດໂຄວິດ, ສູນກັກກັນເພາະນັ້ນແມ່ນແທ້ໄດ້ເງິນມາແຕ່ທ່ານອາດເປັນຕົວນຳເຊື້ອໄປສູ່ພໍ່ແມ່ຄອບຄົວລູກເຕົ້າ ແລະຊຸມຊົນຢ່າງບໍ່ຮູ້ໂຕ.
ຢ່າລືມວ່າໂຄວິດມາມັນບໍ່ໄດ້ແຈ້ງການລ່ວງໜ້າວ່າ ຂ້ອຍຊິມາຕິດໃສ່ເຈົ້າລະເດີ້ ມັນມາແບບບໍ່ຮູ້ໂຕ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຄົນລາວຫຼາຍຕໍ່ຫຼາຍຄົນໄດ້ຕິດເຊື້ອໂຄວິດແບບງົງໆບໍ່ຮູ້ວ່າຕິດມາແຕ່ໃສທັ້ງທີ່ບໍ່ໄດ້ໄປບ່ອນສ່ຽງ ແລ້ວຈະພາສາຫຍັງຕັ້ງໃຈໄປຂາຍເຄື່ອງຢູ່ບ່ອນຢູ່ບໍ່ມັນຄວາມສ່ຽງກໍ່ຍິ່ງສູງຂຶ້ນ.
ຫຼ້າສຸດໃນວັນທີ 12 ສິງຫາ 2021 ໄດ້ມີແຈ້ງການຈາກຫ້ອງການເມືອງໂພນໂຮງ ແຂວງວຽງຈັນເຖິງປະຊາຊົນ ເປັນຕົ້ນແມ່ນ ບ້ານ ນ້ໍາລິນ, ບ້ານໂພນໂຮງ, ບ້ານ ໂພນສີໃຕ້ ແລະ ທຸກໆບ້ານ ຫ້າມບໍ່ໃຫ້ ພໍ່ຄ້າ,ແມ່ຄ້າ ພາຍໃນເມືອງໂພນໂຮງນໍາເຄື່ອງ ໄປຂາຍຢູ່ສູນຢູ່ກັກກັນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ເມືອງໂພນໂຮງ.
ຕາມການແຈ້ງເລກທີ 70/ຫວກ.ພຮ ລົງວັນທີ 12 ສິງຫາ ແລະ ຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍ: ການເພີ່ມທະວີສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19.
ຫ້ອງວ່າການເມືອງໂພນໂຮງຂໍແຈ້ງໃຫ້ທ່ານ ຊາບວ່າ: ເມືອງໂພນໂຮງພວກເຮົາໄດ້ມີສູນ ກັກກັນ ແລະ ປິ່ນຝົນຜູ້ຕິດເຊື້ອພະຍາດໂດລິດ 19 ເຊິ່ງຕັ້ງຢູ່ບ້ານ ນໍ້າລິນ ເມືອງ ໂພນໂຮງ ແຂວງ ວຽງຈັນ ດັ່ງນັ້ນເພື່ອປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງເຊື້ອ ພະຍາດໄຄວິດ 19 ນັ້ນ ຫ້ອງວ່າການເມື່ອງຈີ່ງຂໍ ແຈ້ງການໃຫ້ພໍ່ແມ່ ປະຊາຊົນ ໂດຍສະເພາະແມ່ຄ້າຊາວຂາຍ ບ້ານ ນ້ໍາລິນ, ບ້ານ ໂພນໂຮງ ບ້ານ ໂພນຫມີໃຕ້ ແລະ ບ້ານ ອື່ນໆ.
ຮູບປະກອບຂ່າວ
ຫ້າມເດັດຂາດ ບໍ່ໃຫ້ ມາຂາຍເຄື່ອງ ແລະ ມາສົ່ງເຄື່ອງອຸປະໂພກ ບໍລິໂພກຕ່າງໆ ຢູ່ສູນ ກັກກັນຜູ້ຕິດເຊື້ອພະ ຍາດໂຄວິດ ດັ່ງກ່າວ, ເພາະຈະມີຄວາມສ່ຽງ ຕໍ່ການຕິດເຊື້ອ ພະຍາດໂຄວິດ ແລະ ຈະແຜ່ລາມໄປສູ່ຊຸມຊົນຖ້າ ຫາກບ້ານໃດ ຫຼື ຜູ້ໃດຍັງຝ່າຝືນບໍ່ປະຕິບັດ ຕາມການແຈ້ງການສະບັບນີ້ ແມ່ນຈະຖຶກປະຕິບັດວິໃນ ຕາມລະບຽບ ກົດຫມາຍ.