ດ່ວນທີ່ສຸດ! ແຂວງ ຈຳປາສັກ ສັ່ງປິດນະຄອນປາກເຊ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຈັດຕັ້ງປະຕິບັດດັ່ງນີ້:ຜ່ານການປະເມີນສະພາບການລະບາດ ແລະ ຈັດຕັ້ງປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຄຳສັ່ງສະບັບເລກທີ່ 11/ຈສ.ຈສ ລົງວັນທີ 5 ສິງຫາ 2021 ເຫັນວ່າການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ໃນນະຄອນປາກເຊໄດ້ດຳເນີນພາຍ
ໃຕ້ມາດຕະການຕ່າງໆ ທີ່ກຳນົດໄວ້ ແຕ່ກໍ່ຍັງມີກໍລະນີຕິດເຊື້ອໃນຊຸມຊົນ ກໍ່ຄືບັນດາບ້ານຈຳນວນໜຶ່ງ ສະນັ້ນເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ບໍ່ໃຫ້ກ້ວາງອອກ ຈຶ່ງກຳນົດໃຫ້ນະຄອນປາກເຊປະຕິບັດມາດຕະການປິດນະຄອນປາກເຊ (lock down ) ນັບແຕ່ເວລາ 21:00ໂມງ ຂອງວັນທີ 14 ຫາ 06:00 ໂມງເຊົາຂອງວັນທີ 20 ສິງຫາ 2021 ພ້ອມກັນນັ້ນ ກໍ່ໃຫ້ອົງການປົກຄອງນະຄອນປາກເຊ ປະເມີນສະຖານະພາບແຕ່ລະວັນ ເພື່ອເປັນບ່ອນອີງໃຫ້ແກ່ການກຳນົດມາດຕະການທີ່ເໝາະສົມໃນແຕ່ລະໄລຍະ