ດວງລາຍວັນປະຈຳວັນທີ 20 ສິງຫາ 2021 ການງານ ການເງິນ ຄວາມຮັກ

0
276

ວັນຈັນ:ການ​ງານ ຄວາມ​ຂະຫຍັນ​ເຮັດໃຫ້​ສາມາດ​ຜ່ານ​ອຸປະສັກ​ຕ່າງ​ໆ​ ໄປ​ໄດ້​ ແມ່ນ​ຕ້ອງ​ພົບ​​ບັນຫາ​ຫຼາຍ​ ໆ​ ຢ່າງ​ພ້ອມ​ໆ​ ກັນ​ແຕ່​ກໍ​ຈະ​ຜ່ານ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ດີ​ ການ​ເງິນ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ເປັນ​ເລື່ອງ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້​ ໂດຍ​ສະເພາະ​ທີ່​ຕ້ອງ​ໄປ​ຊ່ວຍ​ເຫລືອ​ບໍລິວານ​ຕ່າງ​ໆ​ ນັ້ນ​ເອງ​ ຄວາມ​ຮັກ​ ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ຮັກ​ ເພາະ​ໄລຍະ​ເວລາ​ທີ່​ໃຫ້​ກັນ​ຍັງ​ບໍ່​ຫລາຍ​ພໍ​ ເພາະ​ໃນ​ເລື່ອງ​ການ​ງານ​ທີ່​ຕ້ອງ​ທຸ້ມເທ​ໃຫ້​ສຳເລັດ​ໄປ​ໂດຍ​ໄວ​

ວັນຄານ:ການ​ງານ ຈະ​ເຮັດວຽກ​ຫຍັງ​ໃນ​ຊ່ວງ​ນີ້​ມີ​ຄວາມ​ສຳ​ເລັດ​ ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ທີ່​ຄາດ​ຫວັງ​ ມີ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ເປັນ​ຢ່າງ​ຫລາຍ​ ການ​ເງິນ ຢາກ​ຈະ​ຊື້​ຫາ​ຂອງ​ທີ່​ຢາກ​ໄດ້​ເຂົ້າ​ມາ​ເພິ່ມເຕິມ​ ເພາະ​ໄດ້​ເງີນ​ເຂົ້າ​ມາ​ເພີ່ມ​ຂຶ້ນ​ ແລະ​ຈະ​ມີ​ໂຊກ​ຫລາຍກວ່າ​ໜຶ່ງ​ເທື່ອ​ໃນ​ຊ່ວງ​ນີ້​ ຄວາມ​ຮັກ ຫາກ​ຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ຈະ​ຢູ່ໃນ​ເກນ​ບໍ່ມີ​ຄູ່​ກໍ​ເປັນ​ໄປ​ໄດ້​ ເປັນ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນ​ໂດຍ​ອີກ​ຝ່າຍ​ມີ​ເກນ​ອາ​ຍຸ​ຫລາຍກວ່າ​

ວັນພຸດ:ການ​ງານ​ ຊ່ວງ​ນີ້​ມີ​ຄວາມ​ລ່າ​ຊ້າ​ໃນ​ເລື່ອງ​ຂອງ​ການ​ງານ​ ຊຶ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫລາຍກວ່າ​ຄົນ​ອື່ນ​ຈຶ່ງ​ຈະ​ມີ​ຄວາມ​ສຳ​ເລັດ​ ການ​ເງິນ ​ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ໃນ​ມື້​ນີ້​ມີ​ໂຊ​ກດີ​ເກີດ​ຂຶ້ນ​ ດ້ານ​ການ​ເງີນ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ແຕ່​ຕ້ອງລະ​ວັງ​ຄົົນທີ່​ເຂົ້າ​ມາ​ຫຢິບ​ເງີນ​ຂອງ​ທ່ານ​ແລ້ວ​ຈະ​ບໍ່​ໄດ້​ຄືນ​ ຄວາມ​ຮັກ ຍັງ​ຄົງ​ຊົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ ມີ​ເຫດ​ຂັດ​ແຍ້ງ​ກັນ​​ນ້ອຍ​ໆ​ ແຕ່​ກໍ​ຈະ​ປັບ​ຄວາມ​ເຂົ້າໃຈ​ກັນ​ໄດ້​

ວັນພະຫັດ:ການ​ງານ ຈະ​ຈັບ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຢ້ຽມ​ໄປ​ທຸກ​ຢ່າງ​ ເພາະ​ມີ​ຄວາມ​ຕັ້ງ​ໃຈ​ ແລະ​ມີ​ໂຊກ​ໃນ​ການເຮັດ​ທຸລະກິດ​ຈາກ​ການ​ຈັບ​ທິດ​ທາງ​ທຸລະກິດ​ໄດ້​ຖືກ​ຕ້ອງ​ນັ້ນ​ເອງ​ ການ​ເງິນ​ ​​ ​ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ຢ່າງ​ຕໍ່​ເນື່ອງ​ ມີ​ໂຊ​ກດີ​ຫລາຍກວ່າ​ໜຶ່ງ​ເທື່ອ​ ແລະ​ຮູ້ສຶກ​ໄດ້​ວ່າດ​ວງ​ດີ​ເລື່ອງ​ການ​ເງີນ​ຂຶ້ນ​ໄປ​ເລື່ອຍ​ໆ​ ຄວາມ​ຮັກ ຫາກ​ຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ເປັນ​ຄົນ​ຮູບ​ຮ່າງ​ສັນ​ທັດ​ ແຕ່​ບາງເທື່ອ​ກໍ​ຕ້ອງ​ເຂົ້າໄປ​ໃຫ້​ການ​ຊ່ວຍ​ເຫລືອ​ຄົນ​ຮັກ​ໃນ​ເລື່ອງ​ຕ່າງ​ໆ​ດ້ວຍ​

ວັນສຸກ:ການ​ງານ​ ມີ​ຄວາມ​ເລັ່ງ​ຮີບ​ໃນ​ເລື່ອງ​ການ​ງານ​ໃນ​ຊ່ວງ​ນີ້​ ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ເພື່ອ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ມີ​ຄວາມ​ສຳ​ເລັດ​ ການ​ເງິນ​ ຊ່ວງ​ນີ້​ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ການ​ລົງ​ທຶນ​ ແລະ​ການ​ໃຊ້​ຈ່າຍ​ ຊຶ່ງ​ຕ້ອງ​ມີ​ຄວາມ​ອ້ອມ​ຄອບ​ ແລະ​ພະຍາຍາມ​ໃຊ້​ເທົ່າ​ທີ່​ຈຳ​ເປັນ​ ຄວາມ​ຮັກ​ ຈະ​ພົບ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ຜິວ​ສອງ​ສີ​ ສຸ​ຂຸມ​ອ້ອມ​ຄອບ​ ມີ​ພາ​ວະ​ຄວາມ​ເປັນ​ຜູ້​ນຳ​

ວັນເສົາ:ການ​ງານ ຊ່ວງ​ນີ້​ຕ້ອງ​ຄ່ອຍ​ໆ​ ແກ້​ບັນຫາ​ສະເພາະ​ໜ້າ​ ສະເພາະ​ຢ່າງ​ໄປ​ເທື່ອ​ລະ​ຂັ້ນ​ຕອນ​ ຄວນເຮັດ​ດ້ວຍ​ຕົວ​ເອງ​ ເພາະ​ຍັງ​ໄວ້​ວາງ​ໃຈ​ເພື່ອນ​ຮ່ວມ​ງານ​ບໍ່​ໄດ້​ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ຫລາຍກວ່າ​ໜຶ່ງ​ເທື່ອ​ ໃນ​ມື້​ນີ້​ເປັນ​ມື້​ໂຊ​ກດີ​ຂອງ​ທ່ານຈະ​ສັງເກດ​ໄດ້​ວ່າ​ຊ່ວງ​ນີ້ດ​ວງດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ດ້ວຍ​ບຸນເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​ກັນ​

ວັນອາທິດ:ການ​ງານ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ມີ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ ຄ່ອຍ​ໆ​ ໄດ້​ຕາມ​ເປົ້າ​ໝາຍ​ທີ່​ຄາດ​ຫວັງ​ ຈຶ່ງ​ບໍ່​ຄວນ​ລະ​ຖິ້ມ​ຄວາມ​ອົດ​ທົນ​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ມີ​ແນວ​ໂນ້ມ​ວ່າ​ຈະ​ໃຊ້​ເງີນ​ເພື່ອ​ຊື້​ສິ່ງ​ຂອງ​ທີ່​ຢາກ​ໄດ້​ເຂົ້າ​ມາ​ເພິ່ມເຕິມ​ ຄວາມ​ຮັກ ​ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ຮັກ​ ເພາະ​ຄວາມ​ສຳພັນ​ຍັງ​ບໍ່​ຕໍ່​ເນື່ອງ​ກັບ​ຄົນ​ຜິວ​ຂາວ​ ທີ່​ຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ ຫລື​ໄລຍະທາງ​ຍັງ​ເປັນ​ອຸປະສັກ​ລະຫວ່າງ​ກັນ​