20 ວິທີຄິດຢ່າງຜູ້ຊະນະ

0
634

1. ເວລາພົບງານໜັກ
ໃຫ້ບອກຕົວເອງວ່າ ນີ້ຄື ໂອກາດ ໃນການ ກຽມພ້ອມ
ສູ່ຄວາມ ເປັນ ມືອາຊີບ

2. ເວລາພົບບັນຫາຊັບຊ້ອນ
ໃຫ້ບອກຕົວເອງວ່າ ນີ້ຄື ບົດຮຽນທີ່ຈະສ້າງປັນຍາໄດ້
ຢ່າງວິເສດ

3. ເວລາພົບຄວາມທຸກໜັກ
ໃຫ້ບອກຕົວເອງວ່າ ນີ້ຄື ແບບຝຶກຫັດ ທີ່ຈະຊ່ວຍໃຫ້ເກີດ
ທັກສະໃນການດຳເນີນຊີວິດ

4. ເວລາພົບເຈົ້ານາຍກະຈອກ
ໃຫ້ບອກຕົວເອງວ່າ ນີ້ຄື ການຝຶກຕົນໃຫ້ເປັນຄົນສົມບູນ
ແບບ (Perfectionist)

5. ເວລາພົບຄຳຕຳໜິ
ໃຫ້ບອກຕົວເອງວ່າ ນີ້ຄື ການຊີ້ຂຸມຊັບມະຫາສົມບັດ

6. ເວລາພົບຄຳນິນທາ
ໃຫ້ບອກຕົວເອງວ່າ ນີ້ຄື ການສະທ້ອນວ່າ ເຮົາຍັງຄົງເປັນ
ຄົນ ທີ່ມີຄວາມຫມາຍ

7. ເວລາພົບຄວາມຜິດຫວັງ
ໃຫ້ບອກຕົວເອງວ່າ ນີ້ຄື ວິທີທີ່ທຳມະຊາດ ກຳລັງສ້າງ
ພູມຄຸ້ມກັນ ໃຫ້ກັບຊີວິດ

8. ເວລາເຈັບ ປ່ວຍໄຂ້
ໃຫ້ບອກຕົວເອງວ່າ ນີ້ຄື ການເຕືອນໃຫ້ເຫັນຄຸນຄ່າຂອງ
ການຖືຮັກສາສຸຂະພາບ ໃຫ້ດີ

9. ເວລາພົບຄວາມພັດພາກ
ໃຫ້ບອກຕົວເອງວ່າ ນີ້ຄື ບົດຮຽນຂອງການຮູ້ຈັກຢືນດ້ວຍລໍາແຂ່ງ ຂອງຕົວເອງ

10. ເວລາພົບລູກຂີ້ດື້
ໃຫ້ບອກຕົວເອງວ່າ ນີ້ຄື ໂອກາດທອງ ຂອງການພິສູດ
ຄວາມເປັນພໍ່ແມ່ທີ່ແທ້ຈິງ

11. ເວລາແຟນຖິ້ມ
ໃຫ້ບອກຕົວເອງວ່າ ນີ້ຄື ຄວາມເປັນອະນິດຈັງ ທີ່ທຸກຊີວິດ
ມີໂອກາດພານພົບ

12. ເວລາພົບເນື້ອຄູ່ ແຕ່ເຂົາມີຄູ່ແລ້ວ
ໃຫ້ບອກຕົວເອງວ່າ ນີ້ຄື ປະຈັກພະຍານວ່າ ບໍ່ມີໃຜໄດ້
ທຸກຢ່າງດັ່ງໃຈຫວັງ

13. ເວລາພົບພາວະຫຼຸດຈາກອຳນາດ
ໃຫ້ບອກຕົວເອງວ່າ ນີ້ຄື ຄວາມອະນັດຕາ ຂອງຊີວິດ ແລະ
ສັບພະສິງ

14. ເວລາພົບຄົນກະລ້ອນ
ໃຫ້ບອກຕົວເອງວ່າ ນີ້ຄື ອຸທາຫອນຂອງຊີວິດ ທີ່ບໍ່ໜ້າ
ຈະເລີນຮອຍຕາມ

15. ເວລາພົບຄົນບໍ່ດີ
ໃຫ້ບອກຕົວເອງວ່າ ນີ້ຄື ຕົວຢ່າງຂອງຊີວິດ ທີ່ບໍ່ພຶງ
ປະສົງ

16. ເວລາພົບອຸບັດຕິເຫດ
ໃຫ້ບອກຕົວເອງ ນີ້ຄື ຄຳເຕືອນວ່າ ຈົ່ງຢ່າປະມາດຊ້ຳອີກເປັນເດັດຂາດ

17. ເວລາພົບສັດຕູຄອຍຖ້າທໍາຮ້າຍ
ໃຫ້ບອກຕົວເອງວ່າ ນີ້ຄື ບົດທົດສອບ ທີ່ວ່າ ‘ມານບໍ່ມີ
ບາລະມີບໍ່ເກີດ’

18. ເວລາພົບວິກິດ
ໃຫ້ບອກຕົວເອງວ່າ ນີ້ຄື ບົດພິສູດສັດຈະທຳ ‘ໃນວິກິດ
ຄວນມີໂອກາດ’

19. ເວລາພົບຄວາມຈົນ
ໃຫ້ບອກຕົວເອງວ່າ ນີ້ຄືວິທີທີ່ທຳມະຊາດ ເປີດໂອກາດ
ໃຫ້ເຮົາໄດ້ຕໍ່ສູ້ຊີວິດ

20. ເວລາພົບຄວາມຕາຍ
ໃຫ້ບອກຕົວເອງວ່າ ນີ້ຄືສາກສຸດທ້າຍ ທີ່ຈະເຮັດໃຫ້ ຊີວິດ
ມີຄວາມສົມບູນ.