ເປັນຫ່ວງນັກສຶກສາທີ່ຢູ່ໃກ້ກັບຈຸດສ່ຽງ ລະວັງກັນແນ່ເດີ້ທຸກຄົນ ພິກັດວິທະຍາເຂດດົງໂດກ

0
344

ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ຜູ້ຕິດເຊື້ອໃຫມ່ໃນຊຸມຊົນ 2 ຄົນທີ່ນະຄອນຫຼວງວຽງຈັນ ໃນວັນທີ 21 ສິງຫາ 2021 ມີຂໍ້ມູນ ແລະ ປະຫວັດການເຄື່ອນໄຫວດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 31 ປີ, ພະນັກງານ, ບ້ານນາທ່ອນ, ເມືອງນາຊາຍທອງ, ສັກວັກຊີນຄົບ 2 ເຂັມ, ຜູ້ກ່ຽວປະຈາຢູ່ສູນຈໍາກັດບໍລິເວນ ໃນໄລຍະວັນທີ 7-16 ສິງຫາ 2021:ວັນທີ 17 ສິງຫາ ໄປບ້ານຫົວນາ, ເມືອງໄຊທານີ , ວັນທີ 18 ສິງຫາ ໄປຊື້ຕຳໝາກຫຸ່ງໃກ້ຕະຫຼາດເຂດດົງໂດກ ແລະ ຮູ້ສຶກມີອາການ ເຈັບຄໍ, ມີຂີ້ກະເທີ່
ວັນທີ 19 ສິງຫາ ມີໄຂ້, ເຈັບຫົວ ວັນທີ 20 ສິງຫາ ຜົນກວດພົບເຊື້ອໂຄວິດ-19

ຜູ້ທີ 2: ເພດຊາຍ, ອາຍຸ 31 ປີ, ພະນັກງານ , ບ້ານດົງໂດກ, ເມືອງໄຊທານີ, ສັກວັກຊີນຄົບ 2 ເຂັ້ມ ວັນທີ 12-13 ສິງຫາ ໄປຕະຫຼາດຊັງຈຽງ ແລະ ຕອນແລງໄປຕະຫຼາດເຂດດົງໂດກ ວັນທີ 14 ສິງຫາ ມີໄຂ້, ໄປກວດຢູ່ຄຣີນິກ

ວັນທີ 17 ສິງຫາ ໄປກວດກະເພາະຢູ່ໂຮງໝໍ , ວັນທີ 18 ສິງຫາ ໄປເກັບຕົວຢ່າງກວດຢູ່ ສູນ ມຊ ດົງໂດກ , ວັນທີ 20 ສິງຫາ ຜົນກວດພົບເຊື້ອໂຄວິດ-19