ໂຄວິດແສນໂຫດ ນັກປັ້ນຄົນດັງຕ້ອງຈົກຄຳອອກຂາຍລ້ຽງຊີບ

0
737

ຂ່າວບອດວ່າຜົນກະທົບຈາກໂຄວິດ-19 ເຮັດໃຫ້ນັກປັ້ນມືດີຢ່າງ ອຸບ ວິຣິຍະ ບໍ່ມີວຽກເຮັດມາເປັນເວລາ 7 ເດືອນແລ້ວ ແຕ່ກອງທັບຕ້ອງເດີນດ້ວຍທ້ອງ ເພິ່ນຈຳໃຈຈົກຄຳທີ່ເກັບມາຊ້ານານອອກມາຂາຍ ເພື່ອລ້ຽງຊີບໂຕເອງ ແລະສັດລ້ຽງໃນເຮືອນ.

ທັ້ງນີ້ອຸບ ວິຣິຍະ ໄດ້ເປີດເຜີຍວ່າ ສາເຫດທີ່ຕ້ອງຂາຍຄຳກິນຈົນເກືອບໝົດໂຕເພາະບໍ່ມີແນວຈະກິນແລ້ວ ມັນຄືຜົນກະທົບຕໍ່ວົງການບັນເທິງ ແລະເຮົາກໍ່ບໍ່ແມ່ນດາລາດັງ ບໍ່ແມ່ນນັກປັ້ນທີ່ລ້ຳລວຍ ພໍບໍມີວຽກມາ 7-8 ເດືອນເງິນເກົ່າກໍໝົດ ເຮົາຍັງຕ້ອງກີນຢູ່ກໍ່ຈຳເປັນຂາຍ.

ແລະອຸບ ບໍມີພຽງຕົວຄົນດຽວແຕ່ຍັງລ້ຽງນ້ອງໝານ້ອງແມວຈຳນວນຫຼາຍອີກ ເມື່ອພິດໂຄວິດມາແບບນີ້ ສຸດທ້າຍຈິ່ງຕ້ອງໄດ້ເພິ່ງສົມບັດທີ່ເກັບອອມມາບາວນານ.

ໂດຍນັກປັ້ນຄົນດັງຄົນນີ້ປົກກະຕິເພິ່ນໃສ່ຄຳຕິດໂຕປະມານ 30 ກວ່າບາດ ພໍດີຍາມແບບນີ້ເສດຖະກິດມີບັນຫາຄົນວ່າງງານຫຼາຍ ຢ້ານໂຈນແນ່ກໍ່ເລີຍວ່າຂາຍອອກສາ ເພື່ອຄວາມປອດໄພ.

ອຸບເອງຍອມຮັບວ່າຕອນທຳອິດໂຕເອງໃຈຫາຍ ເພາະນີ້ເປັນສົມບັດທີ່ໃສ່ຕິດຕົວມາຕະຫຼອດແລ້ວຢູ່ໆມື້ໜຶ່ງຕ້ອງຈັບໄປຂາຍຈົນໝົດເຖິງຈະໄດ້ລາຄາສູງກວ່າຕອນຊື້ມາ ແຕ່ຍັງຕົກໃຈຢູ່ດີ ແລະຈະຕ້ອງໄດ້ໃຊ້ຈ່າຍຢ່າງປະຢັດໃນສະຖານະການແບບນີ້.

ໄດ້ພຽງແຕ່ບອກໂຕເອງວ່າ ຍັງມີຊີວິດຄ່ອຍຫາໃໝ່ກໍໄດ້ ຂາຍອອກແກ້ໄຂສະຖານະການໄປກ່ອນຈະເຫັນຫຍັງ ຍາມນີ້ມັນຈຳເປັນ ແລະຍັງສ່ຽງຕໍ່ການຖືກປຸ້ນອີກຂາຍໃຫ້ໝົດຫ່ວງ.

ອຸບຍັງບອກອີກວ່າ ໂຄວິດມາແບບນີ້ເຮັດໃຫ້ເປັນຂໍ້ຄິດໃຫ້ກັບທຸກຄົນ ຕ້ອງມີຄວາມລະມັດລະວັງໃນການໃຊ້ຈ່າຍ ບໍ່ປະໝາດເດັດຂາດ ເງິນຄຳຕ້ອງເກັບອອມ ຕ້ອງເລີກນິໄສມັກກິນມັກທ່ຽວທັງໝົດ ເພື່ອປາກທ້ອງ.