ຄົນເກີດວັນຈັນ:ການງານ ຕ້ອງຮອບຄອບໃນເລື່ອງຂອງເອກະສານ ລະວັງມີບັນຫາຕາມມາ ການເງິນ ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍຈໍານວນຫຼາຍ ຄວາມຮັກ ລະວັງເລື່ອງຂອງເວລາທີ່ບໍ່ຕົງກັນອາດມີບັນຫາເລື່ອງປາກສຽງ
ຄົນເກີດວັນອັງຄານ:ການງານ ກຳລັງສຶກສາຄວາມເປັນໄປໄດ້ທີ່ຈະລົງທຶນເຮັດທຸລະກິດໃໝ່ ການເງິນ ພົບເລື່ອງເສຍເງິນຈໍານວນຫຼາຍໃນໄລຍະນີ້ ຄວາມຮັກ ເກີດຄວາມຫ່າງໄກກັບຄົນຮັກບໍ່ມີເວລາໃຫ້ກັນຄືແຕ່ກ່ອນ
ຄົນເກີດວັນພຸດ:ການງານ ໃນການເຮັດທຸລະກິດທ່ານຕ້ອງເປັນຄົນທີ່ໃຈເຢັນ ຈະເຮັດໃຫ້ປະສົບຜົນສໍາເລັດ ການເງິນເສຍເງີນຊື້ຂອງຝາກໃຫ້ຄົນສຳຄັນ ແຕ່ກໍຫາເງິນໄດ້ເຊັ່ນເດີມ ຄວາມຮັກ ໄດ້ພົບຄູ່ຄອງຮັກແທ້ ອາດມາໃນຮູບແບບໝູ່ເພື່ອນແນະນໍາ
ຄົນເກີດວັນພະຫັດ:ການງານ ເດີນທາງຕິດຕໍ່ທຸລະກິດຈະພົບຄວາມເຄັ່ງຄຽດໃນເລື່ອງຂອງວຽກງານ ການເງິນ ພົບເລື່ອງເສຍເງິນ ແຕ່ທ່ານເປັນຄົນເກັ່ງຫາເຂົ້າມາໄດ້ຄືເກົ່າ
ຄວາມຮັກ ໄດ້ພົບຮັກກັບຄົນທີ່ທ່ານມັກ ແລະ ຮູ້ສຶກດີ
ຄົນເກີດວັນສຸກ:ການງານ ວຽກງານກໍາລັງໄປໄດ້ດີ ທ່ານຕ້ອງລະວັງເລື່ອງເອກະສານ ການເງິນ ການເງິນຢູ່ໃນເກນທີ່ດີ ບໍ່ມີລາຍຈ່າຍຫຼາຍຄືແຕ່ກ່ອນ ຄວາມຮັກ ຢູ່ໃນໄລຍະປັບອາລົມ ແລະ ທັດສະນະຄະຕິທັງສອງຝ່າຍ
ຄົນເກີດວັນເສົາ:ການງານ ສ້າງສັນຜົນງານໄດ້ຢ່າງດີຢ້ຽມ ການເງິນ ຈະໄດ້ເງິນກ້ອນໃຫຍຄວາມຮັກ ເດີນທາງໄກໄດ້ພົບຮັກ
ຄົນເກີດວັນອາທິດ:ການງານ ຕັດສິນໃຈຮ່ວມເຮັດທຸລະກິດກັບຮຸ້ນສ່ວນຈະເລີນກ້າວໜ້າຮຸ່ງເຮືອງ ການເງິນ ຈະຍິ້ມໄດ້ເພາະໄດ້ເງິນຫຼາຍ ຄວາມຮັກ ມີໂອກາດຈະໄດ້ ພົບຄູ່ຄອງຮັກແທ້