ການແຜ່ລະບາດຂອງໂຄວິດ-19 ແມ່ນສົ່ງຜົນໃຫ້ຫຼາຍວຽກງານຕ້ອງໄດ້ປັບປ່ຽນ ໂດຍສະເພາະໃນຂົງເຂດການສຶກສາ ຕາມທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດວັນເວລາຂອງການເປີດສົກຮຽນໃໝ່ ໃນ 6 ກັນຍາ 2021 ທີ່ຈະມາເຖິງນີ້ ແຕ່ວ່າ ຫລາຍໂຮງຮຽນສາມັນສຶກສາຢູ່ແຂວງສະຫວັນນະເຂດ ຈະບໍ່ສາມາດເປີດຮຽນໃນວັນເວລາທີ່ກຳນົດ ເນື່ອງຈາກ ທີ່ແຂວງດັ່ງກ່າວ ແມ່ນພົບກັບໂຄວິດ-19 ແຜ່ລະບາດຢ່າງໜັກ.
ດັ່ງນັ້ນ ບັນດາໂຮງຮຽນສາມັນສຶກສາຢູ່ຫລາຍເມືອງພາຍໃນແຂວງສະຫວັນນະເຂດ ຈະບໍ່ສາມາດໄຂສົກຮຽນໃໝ່ ສົກ2021 -2022 ຕາມແຈ້ງການຂອງກະຊວງສຶກສາທິການວາງອອກໃນວັນທີ 6 ກັນຍາ 2021 ເນື່ອງຈາກສະຖານການສຶກສາຫລາຍແຫ່ງຖືກນໍາໃຊ້ເປັນບ່ອນສູນຈໍາກັດບໍລິເວນຂອງແຮງງານລາວທີ່ເດີນທາງມາຈາກປະເທດໃກ້ຄຽງ ລວມເຖິງການຕິດເຊື້ອໃນຊຸມຊົນພາຍໃນແຂວງຍັງມີທ່າອ່ຽງເພີ່ມຂື້ນໃນແຕ່ລະວັນ.
ທັງນີ້ ທ່ານ ສີອຸດອນ ທອງສຸວັນ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ສະຫວັນນະເຂດໃຫ້ສຳພາດວ່າ: ການລະບາດຂອງພະຍາດໂຄວິດ19 ສົ່ງຜົນກະທົບຫລາຍສົມຄວນຕໍ່ຂະແໜງການສຶກສາ ໂດຍສະເພາະການກະກຽມໄຂສົກຮຽນໃໝ່ສົກ 2021-2022 ໃນປີນີ້ພົບຄວາມຫຍຸ້ງຍາກເຮັດໃຫ້ບາງເມືອງບໍ່ສາມາດດໍາເນີນການຮຽນການສອນໄດ້ຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະນະຄອນໄກສອນພົມວິຫານ ກໍ່ຄື ຫລາຍເມືອງ ເນື່ອງຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະບາດໂຄວິດ-19
ໄດ້ນໍາໃຊ້ໂຮງ ຮຽນເປັນສູນຈໍາກັດບໍລິເວນຂອງແຮງງານລາວທີ່ເດີນທາງກັບມາຈາກປະເທດໃກ້ ຄຽງ ທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສ່ວນເມືອງອື່ນທີ່ມີຄວາມພ້ອມອາດເປີດການຮຽນການສອນໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນໍາຂອງຄະນະສະເພາະກິດ ຫລື ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ປະຈຸບັນ ທົ່ວແຂວງສະຫວັນນະເຂດ ນໍາໃຊ້ສະຖານການສຶກສາເປັນບ່ອນຈໍາກັດບໍລິເວນ ເພື່ອຮອງຮັບແຮງງານລາວທີ່ເດີນທາງມາຈາກຕ່າງປະເທດເກືອບ 100 ແຫ່ງ ເຫລືອພຽງເມືອງນອງທີ່ບໍ່ໄດ້ນໍາໃຊ້ໂຮງຮຽນເປັນສູນກັກກັນ