ໝູ່ກິນຫາງ່າຍ ໝູ່ໃຫ້ຍືມເງິນຫາຍາກ ແມ່ນແທ້ບໍ່?

0
347

ຜູ້ໃຊ້ເຟສບຸກPabou Douangboupha ໄດ້ໂພສວ່າ:  ໝູ່ກິນຫາງ່າຍ..ໝູ່ໃຫ້ຍືມເງິນຫາຢາກ555
ຍອມຮັບວ່າເປັນຄົນມີຫມູ່ຫຼາຍແຕ່ຫມູ່ທີ່ຮັກສະໜິດມີຫນ້ອຍ ຫມູ່ຂ້ອຍຍອມຮັບວ່າມີແຕ່ຄົນດີດີເພາະວ່າເຮົາດີກັບເຂົາເຂົາເລີຍເຫັນຄວາມດີເຮົາ
ເວລາໝູ່ບໍ່ມີລົດໄກຊຳໃດຂ້ອຍໄປຮັບເພາະຫມູ່ເຄີຍມາຮັບຂ້ອຍ

ເວລາໝູ່ບໍ່ມີເງິນຂ້ອຍໃຫ້ຫມູ່ຍືມຍ້ອນຫມູ່ຂ້ອຍເຄີຍໃຫ້ຍືມໂດຍທີ່ບໍ່ຖາມເຫດຜົນວ່າຍືມຍ້ອນຫຍັງແລະຂ້ອຍບອກໝູ່ວ່າຂ້ອຍໃຊ້ຄືນມື້ໃດຂ້ອຍກະໃຊ້ມື້ນັ້ນແຖມເອົາດອກໃຫ້ມັນອີກ
ເວລາໝູ່ອົກຫັກຂ້ອຍກະພ້ອມເມົາ,ມ່ວນ,ປອບໃຈຖຶງສຸດທ້າຍເຂົາກັບໄປຄົບກັນກູເປັນໝາໝູ່ກະພ້ອມກິນຫົວອາຫານໝາ555
ເວລາໝູ່ເຮັດຜິດຂ້ອຍພ້ອມຕັກເຕືອນແລະບອກເພາະຕອນກູເຮັດຜິດມັນທັງດ່າທັງປ້ອຍກູ


ໝູ່ບາງຄົນຖຶງເຂົາຢູ່ໄກເຂົາກະບໍ່ເຄີຍລືມເຮົາຊ່ວງເວລາດີດີແຕ່ທຸກຄົນກະຕ້ອງແຍກຍ້າຍໄປໃຊ້ຊີວິດໃຜມັນແຕ່ຄຳວ່າຫມູ່ກະຍັງສິຢູ່ຕະຫລອດໄປ
ຍອມຮັບວ່າຊ່ວງນີ້ຊີວິດການງານແລະທຸກຢ່າງດີຂຶ້ນຄວາມຮັບຜິດຊອບກະຫຼາຍຂຶ້ນດັງນັ້ນກວ່າຈະຜ່ານຫຍັງມາຫລາຍໆມານຳກັນກະບໍ່ແມ່ນເລື່ອງງ່າຍ,ນອກຈາກຫມູ່ກະຍັງຄອບຄົວທີ່ເຮົາຮັກແລະເປັນທຸກຢ່າງໃຫ້ເຮົາ


(ຢ່າຟ້າວຄຽດໃຫ້ກູເດີ້ຮັກໝູ່ທຸກຄົນບັກຝົນມັນຮູບຫຼາຍໂຕຕິດກູປານຕັງເມ555)