ຊ່ວຍແດ່ ຊ່ວຍຕາມຫາແມ່ຊ່ວຍແດ່, ໜຸ່ມໂພສຕາມຫາແມ່ ບໍ່ຮູ້ເພິ່ນໄປໃສ ອອກເຮືອນໄປແຕ່ວັນທີ 23 ສິງຫາ 2021 ຈົນຕອນນີ້ຍັງບໍ່ກັບເຮືອນ ວອນສັງຄົມຊ່ວຍຕາມຫາແນ່.
ຜູ້ໃຊ້ເຟສບຸກຊື່ Binly Sensouphon ໄດ້ໂພສຂໍ້ຄວາມໄວ້ວ່າ: ຂໍຄວາມຊ່ວຍເຫຼືອນຳໝູ່ເພື່ອນໝົດທຸກຄົນ ແມ່ຂອງຂ້ອຍຊື່ ນ. ບົວລະພັນ ອາຍຸ 48 ປີ, ປັດຈຸບັນ ຢູ່ບ້ານ ໄຊສົມບູນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
ເພິ່ນໄດ້ຫາຍອອກຈາກບ້ານຕັ້ງແຕ່ວັນທີ 23/8/2021 ຈົນຮອດປັດຈຸບັນນີ້ ຍັງບໍ່ສາມາດຊອກຫາ ວ່າຢູ່ໃສ, ຕິດຫາກໍ່ບໍ່ໄດ້, ເຊິ່ງຄອບຄົວອ້າຍເອື້ອຍນ້ອງເປັນຫ່ວງແມ່ຫຼາຍ, ຖ້າຫາກຜູ້ໃດພົບເຫັນຜູ້ກ່ຽວໃຫ້ຕິດຕໍ່ມາທີເບີ 02059605795, 0209689147.