ວັນທີ 27 ສິງຫາ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 247 ກໍລະນີ

0
609

ວັນທີ 27 ສິງຫາ​​ 2021​​ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່​ 247 ກໍລະນີ ສະຫຼຸບ​ ສະຖານະການລະບາດຂອງພະຍາດໂຄວິດ​ ຈາກຄະນະເພາະກິດ​ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 247 ຕົວຢ່າງ​ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 21 ຄົນ ( 16 ຄົນ ເປັນກໍລະນີນຳເຂົ້າ) ( 5 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ:​ 36 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 94 ຄົນ ( 52 ຄົນ ເປັນກໍລະນີນຳເຂົ້າ) ( 42 ຄົນ ໃນຊຸມຊົນ)( ຄົນ ໃນສູນ), ແຂວງສາລະວັນ: 25 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 29 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ) ( 28 ຄົນ ໃນຊຸມຊົນ) , ແຂວງໄຊຍະບູລີ ( ຄົນ ໃນຊຸມຊົນ) , ແຂວງອຸດົມໄຊ 5 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 4 ຄົນ (ໃນຊຸມຊົນ) , ແຂວງຫຼວງນ້ຳທາ ( 18 ຄົນ ໃນຊຸມຊົນ) , ແຂວງຄຳມ່ວນ 14 ຄົນ (ເປັນກໍລະນີນຳເຂົ້າ)

ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ