ຜູ້ຕິດເຊື້ອໃນຊຸມຊົນໜ້າເປັນຫ່ວງ 6 ແຂວງລວມ 103 ຄົນ

0
1104

ສະພາບການໂຄວິດ-19 ຢູ່ປະເທດເຮົາຍັງແຜ່ລາມໄປຢ່າງຕໍ່ເນື່ອງເຊິ່ງຮຽກຮ້ອງໃຫ້ທຸກຄົນໃນສັງຄົມຕ້ອງເປັນເຈົ້າການນຳກັນໃນການຮັກສາໄລຍະຫ່າງທາງສັງຄົມ, ຢຸດຕິການຊຸມແຊວທຸກຮູບແບບ ບ້ານເຮົາຈິ່ງຈະຕີຖອຍຕໍ່ບັນຫາຫານລະບາດຂອງພະຍາດໂຄວິດ-19 ໄດ້.

ຕາມການຸະແຫຼງຂ່າວຫຼ້າສຸດຂອງທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃນວັນທີ 27 ສິງຫາ 2021 ນີ້ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 26 ສິງຫາ 2021 ທົ່ງປະເທດໄດ້ເກັບຕົວຢ່າງໄປກວດວິເຄາະທັງໝົດ 3.740 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 247 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 103 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ.


ໃນນັ້ນຜູ້ຕິດເຊື້ອໃນຊຸມຊົນປະກອບມີ ນະຄອນຫຼວງ 5 ຄົນ, ບໍ່ແກ້ວ 29 ຄົນ, ອຸດົມໄຊ 5 ຄົນ, ຫຼວງພະບາງ 4 ຄົນ, ຫຼວງນ້ຳທາ 18 ຄົນ, ສະຫວັນນະເຂດ 42 ຄົນ. ສ່ວນ ກໍລະນີນໍາເຂົ້າ ມີ 144 ຄົນ ຈາກ ນະຄອນຫຼວງ 16 ຄົນ, ຄຳມ່ວນ 14 ຄົນ, ສາລະວັນ 25 ຄົນ, ສະຫວັນນະເຂດ 52 ຄົນ, ຈຳປາສັກ 36 ຄົນ ແລະ ບໍ່ແກ້ວ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ຈາກຕົວເລກຜູ້ຕິດເໍຊື້ໃໝ່ໃນວັນທີ 26 ເຮັດໃຫ້ ມາຮອດມື້ນີ້ ພວກເຮົາມີຍອດຜູ້ຕິດເຊື້ອສະສົມທັງໝົດ 14.351 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.928 ຄົນ.