ຜູ້ທຸກກໍ່ທຸກແທ້ທຸກວ່າ ບາດຜູ້ລວຍກະລວຍແທ້ລວຍວ່າ..!!!ແມ່ຕູ້ໄດ້ແຕ່ນັ່ງໄຫ້ເຝົ້າສົບລູກຊາຍເສຍຊີວິດ ບໍ່ມີຮອດເງິນຊື້ໂລງ (ມີຄລິບ)

0
672

ນັ່ງເຝົ້າສົບລູກຊາຍແຕ່ສວຍ ຊີວິດພົບແຕ່ຄວາມໂຊກຮ້າຍເຮືອນຫາກໍ່ຖືກໄຟໄໝ້…ວ່າງໜື່ງບໍ່ພໍເທົ່າໃດ..ປຸກຕູບຢູ່ບໍ່ເທົ່າໃດ ລູກກໍ່ມາເສຍຊີວິດ ຄອບຄົວລູກຫຼານກໍ່ຢູ່ໄທຫມົດ
ແມ່ຕູ້ອາຍຸ77ປີ ຊ່ວງນີ້ວິດກີດໜັກ ໂຄວີດທາງພູ້ນກໍ່ລຳບາກກ່ວາທາງນີ້ອີກ ບໍ່ມີໃຜມາໄດ້ທັງລູກສາວແລະ(ຜົວແມ່ຕູ້ເອງແມ່ນຢູ່ໄທຍ້ອນວ່າມີຄົນໃຈບາບຕຳລາວແລ້ວໜີຈົນເຈັບຫນັກລູກສາວຮັບໄປຢູ່ໄທນຳແລະກັບມາລາວບໍ່ໄດ້)ເຂົາເຈົ້າທາງໄທກໍ່ລຳບາກຍ້ອນໂຄວິດຄືກັນ

ສ່ວນຄົນທີ່ຢູ່ນຳແມ່ຕູ້ປະຈຸບັນ3ຊາຍແມ່ນຄົນສະຕິບໍ່ດີຫມົດ ທີ່ຍັງເປັນພາລະແມ່ຕູ້ຢູ່ຜູ້ທີ່ເສຍຊີວີດຊື່ທ້າວສຸກ ອາຍຸ33ປີ ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສ່ວນ ລູກຊາຍກົກທ້າວຍີ່ງເປັນຄົນບໍ່ເຕັມແຕ່ເກີດ ແລະທ້າວຈັນແມ່ນຕິດຄຸກ ແລະອີກຄົນແມ່ນບໍ່ຂໍກ່າວເຖີງ

ສະນັ້ນເຫັນແລ້ວຮູ້ສືກເສົ້າໃຈນຳແມ່ຕູ້ ເພາະແມ່ຕູ້ບໍ່ມີໃຜແລະບໍ່ເຫຼືອໃຜອີ່ຫລີ ແມ່ຕູ້ປໍ້ຜູ້ສູງອາຍຸ ລ້ຽງລູກຊາຍພີການສະຫມອງ ໂດຍການປູກຜັກເກັບຜັກຂາຍນຳຕະຫຼາດ

ຕອນນີ້ຂາດທີ່ພືງຊີງວີດເຈີແຕ່ເຄາະແຕ່ກຳບໍ່ຈົບບໍ່ສີ້ນ ຈື່ງຂໍພວກເຮົາຊ່ວຍເລື້ອງການຈັດງານສົບ ແລະເຮັດພິທີຕາມສາດສະໜາສະນັ້ນຈື່ງຂໍວີງວອນສັງຄົມຊ່ວຍກີນທານຈັດງານສົບໃຫ້ລູກແມ່ຕູ້ດ້ວຍເຖິດ

(ຄລິບ)

ທ່ານສາມາດສົບທົບຊ່ວຍເຫຼືອ
ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ

ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ
THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL
010120001940404001 ກີບ

02055508987 ,020 54000089 ຊ່ວຍແຊຮເອົາບຸນດ້ວຍເທີດ ທີ່ມາ ;ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ