ວັນທີ 30 ສິງຫາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 155 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 155 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 5 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 53 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 28 ຄົນ ( 19 ຄົນ ເປັນກໍລະນີນຳເຂົ້າ) ( 9 ໃນຊຸມຊົນ), ແຂວງສາລະວັນ: 49 ຄົນ ( 48 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ), ແຂວງບໍ່ແກ້ວ ຕົ້ນເຜິ້ງ 3 ຄົນ (ໃນຊຸມຊົນ) , ແຂວງໄຊຍະບູລີ ( 1 ຄົນ ເປັນກໍລະນີນຳເຂົ້າ) , ແຂວງຫຼວງພະບາງ 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງຄຳມ່ວນ 14 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງວຽງຈັນ 1 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ