ຊາວກະສິກອນມີເຮ ບໍລິສັດເອກະຊົນລາວຈະສ້າງໂຮງງານມັນຕົ້ນທີ່ທັນສະໄຫມ ແລະໃຫຍ່ທີ່ສຸດໃນລາວ ທີ່ເມືອງບາຈຽງ ຈະເລີນສຸກແຂວງ ຈໍາປາສັກດ້ວຍມູນຄ່າລົງທຶນ 70 ລ້ານໂດລາ ແລະຕະຫຼາດກະສິກໍາປາກຊ່ອງ, ສົ່ງເສີມມັນຕົ້ນແຫ້ງທົດແທນມັນຕົ້ນດິບໃນມໍ່ໆນີ້.
່ເຊົ້າວັນທີ 26 ສິງຫາ 2021 ແຂວງຈໍາປາສັກຈັດກອງປະຊຸມສະຫຼຸບຜົນງານໃຫ້ກຽດເຂົ້າເປັນປະທານໃນກອງປະຊຸມຂອງທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງ ່ໆຈໍາປາສັກ,ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ,
ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ (ຮ່ວມ ການປະຊຸມຜ່ານ Online),ມີທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດເອໄອດີຊີການຄ້າ,ມີບັນດາທ່ານຫົວຫນ້າພະແນກ,ທ່ານເຈົ້າເມືອງຂະແຫນງການ ທີ່ກ່ຽວຂ້ອງຂັ້ນກະຊວງ, ຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການກະສິກໍາຂອງບໍລິສັດເອໄອດີຊີການຄ້າ ແມ່ນຈະສ້າງໂຮງງານແປງມັນຕົ້ນ ມູນຄ່າ 70 ລ້ານໂດລາສະຫະລັດ ແມ່ນໃຫຍ່ທີ່ສຸດໃນ ສປປ ລາວ ທີ່ເມືອງບາຈຽງ,
ໂຄງການສ້າງຕະຫຼາດກະສິກໍາຂາຍສົ່ງຢູ່ເມືອງປາກຊ່ອງ ແລະ ໂຄງການສົ່ງອອກມັນຕົ້ນແຫ້ງທົດແທນມັນຕົ້ນດິບ ແລະ ການນໍາໃຊ້ໂຮງງານດາວ ເພື່ອຕາກສິນຄ້າກະສິກໍາຂອງບໍລິສັດດັ່ງກ່າວ.
ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ
ລິ້ງທີ່ມາ: http://www.sethakit-psx.la/detail9179.html