ປະຕິບັດຕາມນີ້ ສຳລັບວຽກງານການສຶກສາຂອງນະຄອນຫຼວງວຽງຈັນ

0
570

ພົບການຕິດເຊື້ອໃນຊຸມຊົນທີ່ເພີ່ມຂຶ້ນ ນີ້ເປັນສັນຍານບອກເຖິງການແຜ່ລະບາດໃນຮອບໃໝ່ສຳລັບ ສປປ ລາວ ໂດຍສະເພາະທີ່ນະຄອນຫຼວງວຽງຈັນ ທີ່ພົບຜູ້ຕິດເຊື້ອໃນຊຸມຊົນຂ້ອນຂ້າງເພີ່ມຂຶ້ນໃນແຕ່ລະວັນ ດັ່ງນັ້ນ, ສິ່ງທີ່ຕ້ອງປະຕິບັດໄດ້ໃນຕອນນີ້ເພື່ອຫຼຸດຄວາມສ່ຽງ ຈຶ່ງຕ້ອງໄດ້ໂຈະ ຫຼື ປິດ ວຽກງານຕ່າງໆ ໂດຍສະເພາະວຽກງານການສຶກສາ ທຸກລະດັບ ເຊິ່ງເປັນສະຖານທີ່ໆຕ້ອງຢູ່ຮ່ວມກັນຫຼາຍຄົນ ແລະເປັນອະນາຄົດຂອງປະເທດຊາດອີກ.

ທັງນີ້ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021 ເຖິງເລື່ອງການເພີ່ມທະວີ, ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ນະຄອນຫຼວງວຽງຈັນ ເຊິ່ງໃນນັ້ນວຽກງານການສຶກສາແມ່ນນອນໃນຄຳສັ່ງດັ່ງກ່າວ.

ຕາມແຈ້ງການໄດ້ລະບຸໄວ້: ໃຫ້ປິດ ຫຼື ໂຈະໃນວຽກງານການສຶກສາ ເປັນຕົ້ນແມ່ນ ປິດການຮຽນ, ການສອນ, ທຸກຊັ້ນ, ທຸກສາຍ ລວມໄປຈົນເຖິງ ການສອບເສັງຄັດເລືອກເອົານັກຮຽນ, ນັກສຶກສາ ເຂົ້າຮຽນໃນລະດັບໂຮງຮຽນສາມັນ, ສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງ ທົ່ວນະຄອນຫຼວງວຽງຈັນ.


ທັ້ງນີ້ກໍ່ເນື່ອງຈາກວ່າ ສະຖາບັນການສຶກສາເປັນຈຸດສຸມລວມຂອງຄົນຈຳນວນຫຼາຍ ເຊິ່ງເຮົາອາດບໍ່ສາມາດຮູ້ໄດ້ເລີຍວ່າ ຜູ້ໃດປອດເຊື້ອ ຫຼື ແມ່ນແຕ່ໂຕເຮົາເອງກໍ່ຍັງຂາດຄວາມໝັ້ນໃຈໃນໂຕເອງເພາະການເຮັດວຽກ ທີ່ຕ້ອງມີການພົວພັນໃນສັງຄົມເຮັດໃຫ້ມີຄວາມສ່ຽງໃນທຸກບ່ອນ ຖ້າເປັນລູກຫຼານນ້ອງນັກຮຽນນັກສຶກສາທີ່ຈະເປັນອະນາຄົດຂອງຊາດຍິ່ງຕ້ອງຮັກສາຄວາມປອດໄພໃຫ້ດີທີ່ສຸດ.