ແຈ້ງເຕືອນເພື່ອລະວັງ ກຸ່ມມິດສາຊີບ ແອບອ້າງຊື່ຫວຍພະຍານາກ

0
823

ແຈ້ງເຕືອນເພື່ອລະວັງ ກຸ່ມມິດສາຊີບ ແອບອ້າງຊື່ຫວຍພະຍານາກ ເພື່ອຕົວະໂອນເງິນ ແຊໂພສນີ້ກະຈາຍຂ່າວ ຊ່ວຍກັນເດີ້ ທຸກຄົນ

ແຈ້ງເຕືອນລະວັງລະວັງກຸ່ມມິດສາຊີບ ຕົວະໃຫ້ໂອນເງິນມັດຈຳເຄື່ອງຂາຍຫວຍຫວຍພັດທະນາ ສາຂາຫວຍພະຍານາກ ຂໍແຈ້ງມາຍັງທຸກທ່ານຊາບວ່າ: ໃນປະຈຸບັນນີ້ໄດ້
ມີກຸ່ມຄົນບໍ່ດີແອບອ້າງເອົາ ຮູບພາບ ແລະ ຊື່ຫວຍພະຍານາກ ເພື່ອໄປຕົວະຕົ້ມເອົາເງິນມັດຈໍາ ຫລື ເງິນຊື້ເຄື່ອງຂາຍຫວຍໂດຍຜ່ານການໂອນເງິນເຂົ້າບັນຊີບຸກຄົນ (ບັນຊີສ່ວນໂຕ) ເຮັດໃຫ້ມີຜູ້
ທີ່ສົນໃຈເປັນຜູ້ຂາຍຫວຍກັບສາຂາຂອງພວກເຮົາຖືກຕົວະມາຫລາຍຄົນແລ້ວ.

ສະນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານຮັບຊາບ ແລະ ໃຫ້ມີສະຕິລະວັງຕົວດ້ວຍ ພ້ອມກັນນັ້ນ
ຖ້າຫາກທ່ານໃດພົບເຫັນປະກົດການດັ່ງກ່າວຫລືມີຂໍ້ມູນ ສາມາດແຈ້ງມາຫາທາງພວກເຮົາໄດ້
ຜ່ານເບີໂທ 8899.