ດ່ວນ! ກຳມະການຕັດສິນໃຫ້ເຫລົ່າຮົບລົດຕັງຍານເກາະລາວ​…ຕົກຮອບແລ້ວ

0
578

ອີງຕາມການລາຍງານເຄື່ຶນໄຫວຫລ້າສຸດຂອງເພຈນັກຮົບໃຈກ້າ ເຊົ້າວັນທີ 2​ ກັນຍາ​2021​ ໂດຍອ້າງເຖິງການກ່າວຂອງຫົວໜ້າທີມລົດຕັງຍານເກາະວ່າ:

ຂ້າພະເຈົ້າໃນນາມຫົວໜ້າທີມລົດຕັງ ກອງທັບ ປຊຊ​ ລາວ ຕາງໜ້າບັນດານັກສູ້ພາຍໃນທີມ ຂໍໂທດຂໍອາໄພນຳພີ່ນ້ອງປະຊາຊົນຄົນລາວທີ່ຊົມ ແລະ ເຊຍໃຫ້ກຳລັງໃຈໃນການແຂ່ງຂັນນຳໃຊ້ພາຫະນະອາວຸດທີ່ທັນສະໄໝໃນເວທີສາກົນລະດັບໂລກທີ່ດຸເດືອດ.

ມື້ນີ້ເປັນມື້ຊີງເຂົ້າຮອບຊີງຊະນະເລີດ ໃນທ່າມກາງສາຍຝົນ 3 ຈຸລົດໄດ້ແຂ່ງຂັນຢ່າງລຸລັງທຸເລ ຜ່ານຜ່າບັນດາອຸປະສັກ ພ້ອມທັງຍິ່ງເປົ້າທັງປືນໃຫຍ່ ແລະ ປືນຈັກ ຂັບຜ່ານສິ່ງກີດຂວາງເສັ້ນທາງປຽກມື່ນ ສຸດທ້າຍສາມາດຍາດໄດ້ອັນດັບ 2 ຂອງກຸ່ມແຂ່ງຂັນ ລວມເວລາທັງໝົດເປັນອັນດັບ 3 ຂອງກູ່ມ B ແຕ່ກຳມະການຕັດສິນໃຫ້ພວກເຮົາ​ #ຕົກຮອບ​ເຮັດໃຫ້ຫລາຍປະເທດທີສະແດງຄວາມຍິນດີນຳພວກເຮົາ ຕົກຕະລຶງ ແລະ ພວກເຮົາກໍງົງໄປພ້ອມໆກັນ ສະນັ້ນຈິ່ງແຈ້ງໃຫ້ບັນດາທ່ານເພື່ອຊາບ ແລ້ວເຫັນຄວາມຈໍາເປັນນຳພວກເຮົາດ້ວຍ.

ທ້າຍນີ້ກໍຂໍຂອບໃຈນຳການນຳພັກລັດ ການນຳກະຊວງປ້ອງກັນປະເທດ ທີ່ໃຫ້ໂອກາດພວກເຮົາມາສະແດງຄວາມສາມາດໃນເວທີສາກົນລະດັບໂລກ ພິເສດຂໍຂອບໃຈນຳພີ່ນ້ອງປະຊາຊົນຄົນລາວທີ່ໃຫ້ກຳລັງໃຈຊົມ & ເຊີຍຢ່າງຫລວງຫລາຍ ຂໍອວຍໄຊໃຫ້ພອນບັນດາທ່ານຈົ່ງພ້ອມກັນມີຄວາມສຸກກາຍສະບາຍໃຈມີຜົນສຳເລັດທຸກໜ້າທີ່ການງານ ມີໂຊກລາບລໍ້າລວຍຕະຫລອດໄປເທີ້ນ ຫວັງວ່າໂອກາດໜ້າຈະໄດ້ຮັບການສະໜັບສະໜູນນຈາກບັນດາທ່ານອີກ.​

#ຫົວໜ້າທີມລົດຕັງຍານເກາະ

(ຄລິບ)

ທີ່ມາ: ນັກຮົບໃຈກ້າ Nak Hop Jai Ka