ວັນທີ 2 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 170 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 170 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 26 ຄົນ ( 17 ຄົນ ເປັນກໍລະນີນຳເຂົ້າ) ( 9 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 6 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 70 ຄົນ ( 48 ຄົນ ເປັນກໍລະນີນຳເຂົ້າ) ( 22 ຄົນ ໃນຊຸມຊົນ), ແຂວງສາລະວັນ: 42 ຄົນ ( 41 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ), ແຂວງບໍ່ແກ້ວ ຕົ້ນເຜິ້ງ 4 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 17 ຄົນ ( 13 ຄົນ ເປັນກໍລະນີນຳເຂົ້າ) ( 4 ຄົນ ໃນຊຸມຊົນ) , ແຂວງບໍລິຄຳໄຊ 3 ຄົນ (ເປັນກໍລະນີນຳເຂົ້າ), ແຂວງຫຼວງພະບາງ 1 ຄົນ (ໃນຊຸມຊົນ) , ແຂວງໄຊຍະບູລີ 1 ຄົນ (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ