ຜູ້ໃຊ້ເຟສບຸກຊື່ตา’ ต้น ໄດ້ໂພສວ່າ: ຂໍເວົ້າຫຍັງນ້ອຍໜຶ່ງເນາະຂ້ອຍມາແຕ່ກຸງເທບຕັ້ງແຕ່ວັນທີ9/08/2021ກັກໂຕຢູ່ສະຫວັນນະເຂດ 16 ມື້
ກວດໂຄວິດ4ເທື່ອ ຍ້າຍລົງໄປຢູ່ເມືອງສອງຄອນ ຢູ່ບ້ານໂນນສົມບູນອີກ 14 ມື້ກວດໂຄວິດ 2 ເທື່ອ ແລ້ວຍ້າຍລົງໄປອີກ ຢູ່ບ້ານນາຄຳ ຢູ່ກຸ່ມບ້ານທີ່ 3 ອີກ 14 ມື້ອາການປົກກະຕິທຸກຢ່າງ.
ແຕ່ວ່າກ່ອນອອກແຕ່ສູນກະໂຕເຈົ້າໜ້າທີ່ເພີ່ນກະບໍ່ໄດ້ກວດໂຄວິດໃຫ້ແຕ່ເພີ່ນສັກວັກຊີນຈອນສັນແອນຈອນສັນໃຫ້ ແລ້ວກະອອກມາຢູ່ເຮືອນໄດ້ 8 ມື້ແລ້ວເພີ່ນເອີ້ນມາກວດໂຄວິດອີກເທື່ອ 1 ຜົນອອກມາເປັນບວກ
ແລ້ວໃຫ້ຂຶ້ນມາຢູ່ຫລັກເກົ້າ ສະຫວັນນະເຂດ ຮັກກສາໂຕແຕ່ເພີ່ນກະບໍ່ໄດ້ໃຫ້ຢາຫຍັງມາກິນເລີຍ(ຢາກຖ້າວ່າກ່ອນສິໃຫ້ອອກຄືບໍ່ກວດໃຫ້)ຂໍໂທດທີ່ເຮັດໃຫ້ທາງບ້ານເດືອດຮ້ອນນຳເດີ້