ເຫດການສຸດຊື້ງຄູ່ຮັກຍາວນານ 73 ປີ ປ່ວຍ ໂ ຄ ວ ິ ດ ນອນຂ້າງຕຽງກັນຈົນວິນາທີສຸດທ້າຍ

0
624

ສື່ອາເມລິກາເຜີຍແຜ່ຂ່າວສຸດຊື້ງ ແລະເສົ້າໃຈຂອງຂອງຄູ່ຮັກລຸ້ນໃຫຍ່ຊາວອາເມລິກັນທີ່ຄອງຮັກກັນຍາວນານເຖິງ 73 ປີ ຕ້ອງຈາກກັນຍ້ອນເຊື້ອໂຄວິດ ທັງສອງສິ້ນໃຈໃນໄລຍະຫ່າງພຽງ 6 ຊົ່ວໂມງ
ສອງເຖົ້າໄດ້ໃຊ້ຊີວິດແຕ່ງງານຮ່ວມກັນມາຍາວນານ 73 ປີ ກ່ອນທີ່ຈະພາກັນຕິດເຊື້ອໂຄວິດ ແລະເຂົ້າໂຮງໝໍພ້ອມກັນ, ທັງສອງຂໍຢູ່ຂ້າງໆຕຽງຂອງກັນ ແລະກັນໃນໂຮງໝໍແຫ່ງໜຶ່ງຂອງເມືອງວາວູໂທຊາ ລັດວິດຄອນຊິນ.

ຄອບຄົວລູກຫຼານເຂົາເຈົ້າບໍ່ມີໃຜຮູ້ວ່າສອງເຖົ້າໄປຕິດໂຄວິດໄດ້ແນວໃດ ກ່ອນຈະລົ້ມປ່ວຍພ້ອມກັນ ແລະສິ້ນໃຈໃນເວລາທີ່ໃກ້ຄຽງກັນ.

ການຈາກໄປຂອງທັງສອງເປັນເລື່ອງທີ່ໜ້າເສົ້າທີ່ຍັງຮັກກັນບໍ່ຢາກຫ່າງແຕ່ຕ້ອງລາໂລກໄປດ້ວຍຄວາມຈຳເປັນ ແຕ່ຂໍ້ດີຂອງຄູ່ເພິ່ນຄືຍັງໄດ້ຢູ່ເບິ່ງແຍງກັນຈົນວິນາທີສຸດທ້າຍຂອງຊີວິດ ເຖິງແມ່ນຈະສິ້ນໄວຫ່າງກັນ 6 ຊົ່ວໂມງກໍ່ຍັງດີກວ່າອີກຫຼາຍພັນຊີວິດໃນໂລກນີ້ທີ່ປ່ວຍເປັນໂລກຊະນິດດຽວກັນ ແຕ່ຕ້ອງຈາກຄອບຄົວແຕ່ວິນາທີເຂົ້າປິ່ນປົວໄປຕະຫຼອດການ.

ທັ້ງນີ້ ພໍ່ຕູ້ອາຍຸພໍດີໄດ້ 94 ປີ ສ່ວນແມ່ຕູ້ 92 ປີ ສອງຜົວເມຍນອນຈັບມືກັນ ແລະບອກຮັກກັນອໍາລາຄວາມຮັກຍາວນານທີ່ສ້າງຮ່ວມກັນມາເປັນມື້ສຸດທ້າຍໃນວັນທີ 25 ເມສາ 2020 ຜ່ານມາ. ເຫດການນີ້ເກີດຂື້ນຊ່ວງກາງປີທີ່ແລ້ວ ເອົາມາເຜີຍແຜ່ໄວ້ເປັນອຸ ທາ ຫອນ ວ່າໂຄວິດມັນຮ້າຍແຮງກວ່າທີ່ເຮົາຄິດ.