ດວງລາຍວັນປະຈຳວັນທີ 03 ກັນຍາ 2021 ການງານ ການເງິນ ຄວາມຮັກ

0
1560

ວັນຈັນ:ການ​ງານ​ ຕິດ​ຂັດ​ກັບ​ອຸປະສັກ​ທີ່ເກິດຂື້ນ​ເຮັດໃຫ້​ຮູ້ສຶກ​ເມື່ອຍ​ ຈຶ່ງ​ຕ້ອງ​ໃຊ້​ຄວາມ​ສະຫລຽວ​ສະຫລາດ​ໃນ​ການ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ ການ​ເງິນ​ ວາງ​ແຜນ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ໄດ້​ດີ​ໃນ​ຊ່ວງ​ນີ້​ ພໍ​ທີ່​ຈະ​ໝຸນ​ຫາ​ເງີນ​ທອງເຂົ້າ​ມາ​ໄດ້​ເລື່ອຍ​ໆ​ ຄວາມ​ຮັກ​ ຍັງ​ບໍ່​ຕັດ​ສິນ​ໃນ​ເລື່ອງ​ຄວາມ​ຮັກ​ ເພາະ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ຈັດການ​ໃນ​ການສ້າງ​ຄວາມ​ສຳ​ເລັດ​ໃຫ້​ຕົນເອງ​

ວັນຄານ:ການ​ງານ​ ຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ມີ​ຄວາມ​ເລັ່ງ​​ໄປ​ທຸກ​ຢ່າງ​ ລະ​ວັງ​ຄວາມ​ຜິດ​ພາດ​ຈຶ່ງ​ຄວນ​ເຮັດ​ດ້ວຍ​ຄວາມ​ສຸ​ຂຸມ​ອ້ອມ​ຄອບ​ ການ​ເງິນ​ ລາຍ​ຮັບລາຍ​ຈ່າຍ​ຍັງ​ບໍ່​ຄ່ອຍ​ສົມ​ດຸນ​ກັນ​ນັກ​ໃນ​ຊ່ວງ​ນີ້​ ຕ້ອງ​ລະ​ວັງ​ການ​ໃຊ້​ຈ່າຍ​ເງິນ​ໃຫ້​ຫລາຍ​ໃນ​ຊ່ວງ​ນີ້​ ​ ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ຊ່ວງ​ນີ້​ລະ​ວັງ​ຄວາມ​ຂັດ​ແຍ້ງ​ ຫລື​ຄວາມ​ແຕກ​ແຍກ​ໃນ​ມື້​ນີ້​

ວັນພຸດ:ການ​ງານ ຈະ​ເຮັດ​ຫຍັງ​ໃນ​ຊ່ວງ​ນີ້ປະ​ສົບ​ຄວາມ​ສຳ​ເລັດ​ ບໍ່​ວ່າ​ທຸລະກິດ​ການ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ແຟ​ຊັ່ນ​ ການ​ໃຊ້​ພາສາ​ ຫລື​ການສຶກສາ​ຈະ​ເກີດ​ຄວາມ​ສຳ​ເລັດ​ເປັນ​ຢ່າງ​ດີ​
ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ ຈະ​ພົບ​ກັບ​ຄວາມ​​ຊ້າ​​ ແຕ່​ກໍ​ຈະ​ໄດ້​ຄົບ​ຕາມ​ຈຳນວນ​ໃນ​ທີ່ສຸດ​ ຄວາມ​ຮັກ ສຸກ​ສົມ​ຫວັງ​ ແລະ​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ຮັກ​ ໃນ​ມື້​ນີ້​ໄດ້​ພົບ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ເປັນ​ການ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​

ວັນພະຫັດ:ການ​ງານ ຊ່ວງ​ນີ້​ມີ​ການ​ລົງ​ທຶນ​ ຫລື​ຕ້ອງ​ໃຊ້​ເງີນ​ອອກ​ໄປ​ເປັນ​ຈຳນວນ​ໜຶ່ງ​ເພື່ອ​ເຮັດ​ທຸລະກິດ​ ຊຶ່ງ​ຄວນ​ວາງ​ແຜນ​ ແລະ​ຄວບ​ຄຸມ​ຕົ້ນ​ທຶນ​ ຫລື​ຄ່າ​ໃຊ້​ຈ່າຍ​ໃຫ້​ດີ​ ການ​ເງິນ​ ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ ແລະ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ຢ່າງ​ວ່ອງໄວ​​ເຊັ່ນ​ກັນ​ ຄວາມ​ຮັກ ທ່ານເປັນ​ຜູ້​ທີ່​ມີ​ສະເນ່​ ມີ​ໂອ​ກາດ​ພົບ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ຢູ່ໃນ​ເກນ​ຜິວ​ຂາວ​ ແຕ່​ເປັນ​ຄົນ​ໃຈ​ຮ້ອນ​

ວັນສຸກ:ການ​ງານ​ ຄວາມ​ພະຍາຍາມ​ ແລະ​ຄວາມ​ສາ​ມານ​ຂອງ​ເຈົ້າ​ຊະ​ຕາ​ສາ​ມາດທີ່​ຈະ​ສ້າງ​ງານ​ ຫລື​ສ້າງ​ໂອ​ກາດ​ແຫ່ງ​ຄວາມ​ສຳ​ເລັດ​ໄດ້​ດີພໍສົມຄວນ​ ການ​ເງິນ ມີ​ຂ່າວ​ດີ​ເລື່ອງ​ການ​ເງີນ​ເຂົ້າ​ມາ​ໃນ​ມື້​ນີ້​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ຈ່າຍ​ໄປ​ແດ່ນັ້ນ​ເອງ​ ຄວາມ​ຮັກ ຈະ​ພົບ​ໃຜ​ບາງ​ຄົົນທີ່​ຖືກ​ໃຈ​ທ່ານ​ໃນ​ຊ່ວງ​ນີ້​ ແຕ່​ທ່ານ​ຍັງ​ບໍ່​ພ້ອມ​ ຫລື​ບໍ່​ໝັ່ນໃຈ​ໃນ​ການ​ຕັດ​ສິນ​ໃຈ​ ຈຶ່ງ​ຍັງ​ຄິດ​ທົບ​ທວນ​ໃນ​ເລື່ອງ​ເຫຼົ່າ​ນີ້​

ວັນເສົາ:ການ​ງານ​ ໃຊ້​ຄວາມ​ເລິກ​ລຶກ​ ຫລື​ຄວາມ​ລະອຽດ​ອ້ອມ​ຄອບ​ໃນ​ເລື່ອງ​ຂອງ​ການ​ວາງ​ແຜນ​ການ​ງານ​ຢ່າງ​ເປັນ​ໂຊກດີ​ສະເໝີ​ ການ​ເງິນ ຢູ່ໃນ​ເກນ​ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງີນ​ ຕິດ​ຂັດ​ອຸປະສັກ​​ ແຕ່​ກໍ​ຈະ​ໄດ້​ເຂົ້າ​ມາ​ຢ່າງ​ເປັນ​ໂຊກ​​ສະເໝີ​ ຄວາມ​ຮັກ ຍັງ​ຄິດ​ໆ​ ເບິ່ງ​ ຫລື​ທົບ​ທວນ​ໃນ​ເລື່ອງ​ລາວ​ຕ່າງ​ໆ​ ຫລາຍກວ່າ​ທີ່​ຈະ​ເລືອກ​ໃຜ​ໃນ​ຊ່ວງ​ນີ້​

ວັນອາທິດ:ການ​ງານ ພົບ​ອຸປະສັກ​​ ແລະ​ຢາກ​ຈະ​ປ່ຽນ​ແປງ​ໃນ​ເລື່ອງ​ການ​ງານ​ ມີ​ຄວາມ​ໂຊ​ກຈາກ​ບໍລິວານ​ທີ່​ຈະ​ຊ່ວຍ​ເຫລືອ​ກັນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ສະເໝີ​ການ​ເງິນ ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ ເພີ່ມ​ຫລາຍ​ຂຶ້ນ​ຢ່າງ​ເປັນ​ໂຊກ​ໃນຊ່ວງໄລຍະນີ້​ ຄວາມ​ຮັກ ທ່ານ​ເປັນ​ຜູ້​ທີ່​ມີ​ສະເນ່​ ແຕ່​ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ມີຄົ​ນ​ເຂົ້າ​ມາຖືກ​ໃຈ​ ແຕ່​ກໍ​ຍັງ​ບໍ່​ເລືອກ​ໃຜ​ນັ້ນ​ເອງ​