ແອັບເປິ້ນ ສີສະຫງຽນໂພສເຕື ອນ ມີຄົນເອົາຊື່ເປີ້ນໄປແອ ບອ້າງເສ ຍຫາ ຍຫລາຍຄົນ

0
269

ບອກເລີຍວ່າການເປັນຄົນດັງ, ຫຼືຄົນທີ່ສັງຄົມຮູ້ຈັກ ກໍມີທັງຜູ້ຊື່ນຊົມ ແລະ ຜູ້ຫວັງຜົນປະໂຫຍດ ຫຼື ຄິດບໍ່ດີຕໍ່ເຮົາ ແລະ ຄົນອື່ນ ເຊິ່ງກໍເຫັນຫຼາຍບໍ່ວ່າຈະເປັນດາລາ, ຄົນດັງ, ນາງງາມ ທີ່ຖືກຄົນເອົາຮູບ ຫຼື ຊື່ ໄປຕັ້ງເຟດປອມ, ໄອຈີປອມ, ຕິກຕ໊ອກປອມ ເພື່ອສ້າງຕົນເອງ ແລະ ໃຊ້ພື້ນທີ່ດັ່ງກ່າວໃນການຫາຜົນຜະໂຫຍດ ແລະ ຕວົຕົ້ມຄົນອື່ນ ດັ່ງເລື່ອງລາວຂອງສາວລາວຄົນນີ້

ແອັບເປິ້ນ ສີສະຫງຽນ ແມ່ນ້ອງ ຈູ່ນີ່, ຈູ່ນາ ທາຍາດ 2 ຝັ່ງຂອງ ທີ່ຖືກຄົນເອົາຊື່ ແລະ ຮູບໄປສ້າງເພກ ປ່ອຍເງິນກູ້
ເຈົ້າໂຕ Appleminiberry ໄດ້ໂພສບອກວ່າ

ທຸກຄົນ ຟັງທາງນີ້ ເປີ້ນບ່ໍເຄີຍປ່ອຍເງີນກູ້ ມີຄົນເອົາຊື່ເປີ້ນໄປແອບອ້າງ ມີຄົນເສຍຫາຍຫລາຍແລ້ວ ດ່ວນ
ຂໍໃຫ້ທຸກຄົນລະວັງ ດ່ວນ ດ່ວນ ດ່ວນ

ມັນເນັ້ນຫລອກຄົນລາວ ມັນພີມລາວໄດ້ ລະວັງ ດ່ວນ ເປີ້ນແລະຄອບຄົວ ບໍ່ ເຕີຍ ປ່ອຍ ເງີນກູ້ ໃນ ທຸກຊ່ອງທາງ ບ່ໍເຄີຍ
ໂອ້ຍຟ້າເອີ້ຍ ອີຕົນຄົນເດ້ ແຮງລຳບາກແຮງມາເຈີພວກຊົ່ວແບບນີ້ ມື້ອື່ນເປີ້ນສິໄລພສົດແຈ້ງອີກບາດ1 ເດີ້ ເສຍໃຈເດ້ ມື້ຈະໄປແຈ້ງຄວາມ

ຊ່ວຍກັນແຊບອກຄົນແດ່ໆ ຄົນຖືກຕົວະຫລາຍແຮງ ໃນກຸບມັນ 300 ກວ່າຄົນ
ຈາກ: Appleminiberry