ງົດ! ຈັດບຸນຫໍ່ເຂົ້າປະດັບດິນທົ່ວແຂວງສາລະວັນປະຈຳປີ 2021

0
173

ບຸນຫໍ່ເຂົ້າປະດັບດິນແມ່ນໄດ້ປະຕິບັດກັນມາຢ່າງຍາວນານຕາມຄວາມເຊື່ອຂອງປະຊາຊົນລາວຊາວພຸດທະສາສະໜາ ທີ່ມີຄວາມເຊື່ອ ແລະ ທຸກໆປີຂອງມື້ແຮມ 15 ຄ່ຳ ເດືອນ 9 ລາວ ກໍ່ຈະມີປະເພນີງານບຸນຫໍ່ເຂົ້າປະດັບດິນ ເຊິ່ງກໍ່ຈະມີການເຮັດກິດຈະກຳຕາມຄວາມເຊື່ອຂອງຊາວພຸດ.

ແຕ່ເນື່ອງຈາກມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນປັດຈຸບັນ ດັ່ງນັ້ນ ຫ້ອງວ່າການແຂວງ ສາລະວັນຈຶ່ງໄດ້ອອກແຈ້ງການ ເລກທີ 575/ຫວຂ.ສວ ລົງວັນທີ 3 ສິງຫາ 2021 ຫ້າມຈັດງານບຸນປະເພນີ (ບຸນຫໍ່ເຂົ້າປະດັບດິນ) ປະຈຳປີ ຢູ່ຕາມວັດຕ່າງໆ ໃນທົ່ວແຂວງ.

ຕາມແຈ້ງການສະບັບດັ່ງກ່າວລະບຸວ່າ: ເນື່ອງຈາກການລະບາດຂອງພະຍາດໂດວິດ – 19 ຢູ່ແຂວງສາລະວັນ ມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະ ມີແຮງງານຈໍານວນຫຼາຍເຂົ້າມາ, ເຖິງວ່າຈະມີການຈັດການນໍາເຂົ້າສູນຈໍາກັດບໍລິເວນ ແລະ ຕິດຕາມກວດກາຢ່າງໃກ້ຊິດ ແຕ່ກໍ່ຍັງມີການລະບາດໃນຊຸມຊົນ.

ສະນັ້ນ, ເພື່ອເປັນການປ້ອງກັນສະກັ້ນແຕ່ຫົວທີ ທັງເປັນການ ຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດຂື້ນ ຕໍ່ສຸຂະພາບ ແລະ ຊີວິດຂອງພໍ່ແມ່ປະຊາຊົນ, ຫ້ອງວ່າການແຂວງສາລະວັນ ຂໍຖືເປັນກຽດແຈ້ງມາຍັງທ່ານປະຕິບັດດັ່ງນີ້:
1. ຫ້າມຈັດງານບຸນປະເພນີ (ບຸນຫໍ່ເຂົ້າປະດັບດິນ) ໃນວັນທີ 06/09/2011 ຢູ່ຕາມວັດຕ່າງໆ ໃນທົ່ວແຂວງ ( ອະນຸຍາດໃຫ້ພຣະສົງ ເຮັດກິດຈະວັດຕົນພາຍໃນວັດ)


2. ມອບໃຫ້ ອົງການປົກຄອງເມືອງ, ພະແນກການ – ອົງການທຽບເທົ່າອ້ອມຂ້າງແຂວງເປັນເຈົ້າການ ແຈ້ງບອກ ພະນັກງານ – ລັດຖະກອນ, ພໍ່ແມ່ປະຊາຊົນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບໍ່ໃຫ້ໄປເຮັດກິດຈະ ກໍາທາງສາສະຫນາ ຢູ່ວັດໃນມື້ບຸນດັ່ງກ່າວຢ່າງເດັດຂາດ.

3. ມອບໃຫ້ເຈົ້າຫນ້າທີ່ ປກສ ແຂວງ – ເມືອງ ເປັນເຈົ້າການໃນເຄື່ອນໄຫວຕິດຕາມ, ກວດກາ ລາດຕະເວນກ່ອນ – ໄລຍະມື້ບຸນ – ຫຼັງມື້ບຸນ 1-2 ມື້ ກໍລະນີຫາກພົບເຫັນ ຫ້າງຮ້ານກິນດື່ມ, ບ້ານພັກໂຮງແຮມ – ຮ້ານອາຫານ – ປີ້ງແກ້ມ…ອື່ນໆ ຂາຍເຫຼົ້າເບຍ ແລະ ອະນຸຍາດໃຫ້ຄົນເຂົ້ານັ່ງກິນ – ດື່ມເຫຼົ້າເບຍຢູ່ຮ້ານ, ຈັດການ ຊຸມແຊວ, ຕັ້ງວົງດື່ມເຫຼົ້າ ຢູ່ເຮືອນ- ຊານ ໃຫ້ເຈົ້າຫນ້າທີ່ປະຕິບັດຕາມລະບຽບກົດຫມາຍທີ່ກ່ຽວຂ້ອງ ແລະ ປະຕິບັດຕາມມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດ