ຮູ້ແລ້ວຫວາ? ຜົນວິໃຈເຜີຍ ຜິດກັບແຟນອາທິດລະເທື່ອ ຊ່ວຍໃຫ້ຄວາມສຳພັນຍາວນານຂຶ້ນ

0
145

ບໍ່ເຊື່ອກໍຕ້ອງເຊື່ອ
ຄູ່ໃດເປັນແດ່? ວິໄຈເຜີຍ ການຜິດ ຫຼື ຖຽງກັນກັບແຟນ ອາທິດລະຄັ້ງ ຊ່ວຍເຮັດໃຫ້ຄວາມສໍາພັນຍືນຍາວຂຶ້ນໄດ້ແທ້


ແຕ່ຜິດກັນທຸກມື້ແບບນີ້ກໍບໍ່ໄຫວ ເວັບໄຊສທີ່ກ່ຽວກັບຄວາມສໍາພັນ ຄື Shaadi.com ໄດ້ກ່າວວ່າ ການທີ່ຄູ່ຮັກໂຕ້ຖຽງກັນໃນບັນຫາຕ່າງໆ ເປັນການປົດປ່ອຍຄວາມເຄັ່ງຄຽດໄດ້ ແລະ ເຮັດໃຫ້ຮັບຮູ້ເຖິງຄວາມບໍ່ພໍໃຈລະຫວ່າງ 2​ ຝ່າຍອອກມາ ຫຼື ເວົ້າງ່າຍໆຄືການແຊຣຄວາມຮູ້ສຶກ ແລະ ເຫັນອົກເຫັນໃຈກັນເພີ່ມຍິ່ງຂຶ້ນ  ເພາະບາງເລື່ອງເຮົາກໍຕ້ອງໄດ້ເວົ້າ ໄດ້ປຶກສາກັນ ຢ່າ ປ່ອຍເປັນພຽງຄວາມງຽບ ແລ້ວອຶດອັດໃຈ ເພາະຖ້າສະສົມໄວ້ຫຼາຍ ດຽວຈະເລີກລາກັນໃນທີ່ສຸດ.


ເອົາເປັນວ່າຖຽງກັນ ຫຼື ຜິດກັນ ບໍ່ແມ່ນເອົາຊະນະ ແຕ່ເພື່ອເພີ່ມຄວາມເຂົ້າໃຈກັນຫຼາຍຂຶ້ນ⁣.

ເຄີຍໄດ້ຍິນບໍ່? ການຄິດຕ່າງບໍ່ໄດ້ແປວ່າໃຜຜິດ ໃຜຖືກ ຫາກຫາຫົນທາງລະຫວ່າງກາງຂອງຄົນ 2​ ຄົນ. ຄວາມຮັກທີ່ຍືນຍາວຕ້ອງຮູ້ໃຫ້ອະໄພ ໃສ່ໃຈ ເຂົ້າໃຈ ທີ່ສໍາຄັນ ຮູ້ຈັກ ຜ່ອນສັ້ນ ຜ່ອນຍາວ ເອົາໃຈເຂົາມາໃສ່ໃຈເຮົາ ຄວາມຮັກກໍຈະຍືນຍາວ ແລະ ເຕັມໄປດ້ວຍຄວາມສຸກ.

ທີ່ມາ:  muan.la