ໂດຍອີງໃສ່ສະພາບການລະບາດ ຂອງພະຍາດ COVID-19 ຢູ່ພາຍໃນນະຄອນຫຼວງວຽງຈັນ ເຫັນ ວ່າ ຍັງມີກໍລະນີຜູ້ຕິດເຊື້ອໃນຊຸມຊົນ ຊຶ່ງອາດຈະມີຄວາມສ່ຽງສູງ ທີ່ຈະມີການແຜ່ລະບາດໃນຊຸມຊົນ ອອກ ເປັນວົງກວ້າງ; ເພື່ອເປັນການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19; ພ້ອມທັງເປັນການຫຼຸດຜ່ອນຄວາມສ່ຽງ ທີ່ອາດຈະເກີດຂຶ້ນ ຕໍ່ສຸຂະພາບ ແລະ ຊີວິດຂອງປະ ຊາຊົນບັນດາເຜົ່າ ໃນທົ່ວນະຄອນຫຼວງວຽງຈັນ; ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງ ແນວລາວສ້າງຊາດ 9 ຕົວເມືອງ, ແນວລາວສ້າງຊາດບ້ານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາ ຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ໃຫ້ປະຕິບັດ ດັ່ງນີ້:
1. ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ, ສະບັບເລກທີ 015/ ຈນວ ລົງວັນທີ 30 ສິງຫາ 2011, ວ່າດ້ວຍການເພີ່ມທະວີ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ ຢ່າງເຂັ້ມງວດ.
2. ຫ້າມຈັດງານບຸນປະເພນີ (ບຸນຫໍ່ເຂົ້າປະດັບດິນ) ໃນວັນທີ 06 ກັນຍາ 2021 ຢູ່ຕາມວັດຕ່າງໆ ໃນ ຂອບເຂດ ທົ່ວນະຄອນຫຼວງວຽງຈັນ (ອະນຸຍາດໃຫ້ພຣະສົງ ປະຕິບັດກິດຈະວັດ ຂອງພຣະສົງພາຍໃນ ຂອບເຂດວັດ ຂອງຕົນ).
3. ມອບໃຫ້ແນວລາວສ້າງຊາດ 9 ຕົວເມືອງ, ແນວລາວສ້າງຊາດບ້ານ ສົມທົບກັບອົງການປົກຄອງເມືອງ ບ້ານ ແລະ ການຈັດຕັ້ງກ່ຽວຂ້ອງ ທຸກພາກສ່ວນ ແຈ້ງໃຫ້ພະນັກງານ-ລັດຖະກອນ, ທະຫານ ຕໍາຫຼວດ, ນັກທຸ ລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຫ້າມຈັດກິດຈະກໍາທາງສາສະ ຫນາ ຢູ່ວັດໃນມື້ບຸນດັ່ງກ່າວ ຢ່າງເດັດຂາດ.
4. ມອບໃຫ້ແນວລາວສ້າງຊາດ 9 ຕົວເມືອງ, ແນວລາວສ້າງຊາດບ້ານ ສົມທົບກັບເຈົ້າຫນ້າທີ່ປ້ອງກັນ ຄວາມສະຫງົບຂັ້ນເມືອງ, ຂັ້ນບ້ານ ແລະ ການຈັດຕັ້ງກ່ຽວຂ້ອງ ທຸກພາກສ່ວນ ເປັນເຈົ້າການເຄື່ອນໄຫວ ຕິດ ຕາມ, ກວດກາ, ຖ້າພົບເຫັນມີການລະເມີດໃນການຈັດງານບູນ ໃຫ້ເຈົ້າຫນ້າທີ່ປະຕິບັດຕາມຄໍາສັ່ງເລກທີ ໐15/ຈນວ ຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ພ້ອມກັນຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.