ສະຫຼະເວລາອ່ານ…!!! 6 ທັກສະ ຂອງຄົນເຮັດວຽກຍຸກໃໝ່ ທີ່ຄວນມີ ຄືດັ່ງຕໍ່ໄປນີ້:

0
1330

ສະຫຼະເວລາອ່ານ ສາລະໜ້າຮູ້… 6 ທັກສະ ຂອງຄົນເຮັດວຽກຍຸກໃໝ່ ທີ່ຄວນມີ

1. ຄວາມສາມາດຫຼາກຫຼາຍ: ຈົ່ງເຊື່ອວ່າຊີວິດເຮົາບໍ່ໄດ້ເກີດມາເພື່ອເຮັດສິ່ງໃດສິ່ງໜຶ່ງພຽງສິ່ງດຽວແຕ່ເຮົາເຮັດຫຍັງໄດ້ຫຼາຍຢ່າງ ແລະ ມີຄວາມສາມາດຮອບດ້ານໄດ້ດ້ວຍການຮຽນຮູ້ສິ່ງໃໝ່ໆຢູ່ສະເໝີລອງເປີດຮັບໂອກາດທີ່ເຂົ້າມາສຸດທ້າຍອາດໄດ້ພົບວ່າເຮົາເຮັດ ຫຍັງໄດ້ຫຼາຍຢ່າງທີ່ບໍ່ເຄີຍຮູ້ມາກ່ອນ.

2. ການເຂົ້າສັງຄົມ: ການເຮັດວຽກຮ່ວມກັບຄົນຈຳນວນຫຼາຍນັບວ່າເປັນເລື່ອງທີ່ໜ້າເຈັບຫົວທີ່ສຸດກໍວ່າໄດ້ເພາະຜູ້ຄົນຫຼາກຫຼາຍນິໄສຫຼາກຫຼາຍຄວາມຄິດໂອກາດທີ່ຈະເກີດຄວາມຂັດແຍ້ງຄິດເຫັນບໍ່ກົງກັນກໍມີໄດ້ງ່າຍເຮົາລອງທຳຄວາມເຂົ້າໃຈເຖີງຄວາມແຕກຕ່າງຂອງຄົນອື່ນ ແລະ ຮູ້ຈັກປ່ອຍວາງກັບເລື່ອງເລັກໆນ້ອຍໆກໍຈະຊ່ວຍໃຫ້ເຮັດວຽກກັບຄົນອື່ນໄດ້ຢ່າງສະບາຍໃຈ.

3. ກັນປັບໃຊ້: ຢ່າຍືດຕິດກັບການເຮັດວຽກໃນຮູບແບບເດີມໆເປີດໃຈ ແລະ ຮຽນຮູ້ສິ່ງໃໝ່ໆພ້ອມຮູ້ຈັກນຳສິ່ງຕ່າງໆທີ່ມີມາປັບໃຊ້ເຂົ້າໃນການເຮັດວຽກໂດຍດືງສິ່ງທີ່ມີຢູ່ທັງຊັບພະຍາກອນ ແລະ ຄວາມສາມາດໃນຕົວບຸກຄົນມາໃຊ້ໃຫ້ເກີດປະໂຫຍດສູງ.

4. ການໃຊ້ເຕັກໂນໂລຊີ: ນັບເປັນຄວາມໂຊກດີຂອງຄົນຍຸກໃໝ່ທີ່ເກີດມາພ້ອມເຕັກໂນໂລຊີການໃຊ້ຈິ່ງບໍ່ແມ່ນເລື່ອງຍາກເກີນໄປແຕ່ໃນຂະນະດຽວກັນກໍ່ຍັງມີເຕັກໂນໂລຊີທີ່ເກີດຂຶ້ນໃໝ່ຢູ່ຕະຫຼອດເວລາຈິ່ງຈຳເປັນຕ້ອງອັບເດດຕົວເອງໃຫ້ຮູ້ທັນໂລກ ເເລະ ພະຍາຍາມເພີ່ມທັກສະໃໝ່ໆດ້ານການໃຊ້ໂປຣແກຣມຕ່າງໆ.

5. ການຄິດວິເຄາະ: ທຸກມື້ນີ້ເຮົາມີຂໍ້ມູນມະຫາສານທັງໃນໂລກອອນລາຍທີ່ເປັນປະໂຫຍດກັບການເຮັດວຽກບໍ່ວ່າຈະເປັນຂ່າວສານ, ເຕັກນິກການຕະຫຼາດ, ໄວຣັສ, ກະແສໃໝ່ໆ ແລະເລື່ອງຕ່າງໆທີ່ຢູ່ອ້ອມຕົວເຮົາທີ່ເກີດຂຶ້ນຢູ່ຕະຫຼອດເວລາຫາກຮູ້ທັນຂ່າວສານສາມາດວິເຄາະ ແລະ ເບິ່ງສະຖານະການໄດ້ຢ່າງວ່ອງໄວຈະເປັນປະໂຫຍດຕໍ່ການເຮັດວຽກ ແລະຕົວເອງຫຼາຍ.

6. ພາສາ: ອີກທັກສະທີ່ສຳຄັນແຫ່ງຍຸກທີ່ທຸກຄົນຄວນມີຕິດຕົວໄວ້ ເພາະຍຸກນີ້ຕ້ອງບອກເລີຍວ່າຖ້າໃຜໄດ້ພາສາດີກໍຍິ່ງໄດ້ປຽບໂດຍສະເພາະການມີພາສາທີ 3 ຊຶ່ງເປັນສິ່ງທີ່ຕ້ອງການຂອງຕະຫຼາດເຊັ່ນ: ພາສາຈີນ, ຍີ່ປຸ່ນ ແລະ ເກົາຫຼີ ແລະ ສາມາດໃຊ້ຕິດຕໍ່ສື່ສານໄດ້ໃນລະດັບພາກທຸລະກິດຍິ່ງເຮັດໃຫ້ວຽກງານກ້າວໜ້າໄດ້ດີແຕ່ພາສາອັງກິດກໍ່ສຳຄັນຄືກັນ.

ຂອບໃຈທີ່ມ:unlockmen