ໂຊກດີແທ້ໄດ້ເມຍເປັນເຈົ້າແມ່ບຸນທຸ້ມ! ໜຸ່ມບອຍດາລາໄທ ມີເມຍສາຍເປ ຫຼ້າສຸດໃຫ້ຂອງຂວັນລົດໃຫຍ່ປ້າຍແດງ

0
306

ອິດສາຕາຮ້ອນ  ໂຊກດີອີຫຼີໜຸ່ມຄົນນີ້  ໄດ້ເມຍທັງງາມທັງໃຈດີ ແຖມເປັນສາຍເປ ໃຫ້ຂອງຂວັນໃຫຍ່ຕະຫຼອດ ຫຼ້າສຸດ ໄດ້ລົດໃຫຍ່ປ້າຍແດງມາຄອງແລ້ວ.

ຈາກພາບທີ່ເຫັນ ເອີ້ນໄດ້ວ່າ ເຮັດໃຫ້ພໍ່ລູກສອງ ບອຍ ໂຊກໄຊ ດາລາໄທ ດີໃຈທີ່ສຸດ ໂພສພາບໂຊຂອງຂວັນຊິ້ນໃຫຍ່ເປັນລົດປ້າຍແດງ ເຊີໄພ້ຈາກເມຍຄົນງາມສາວກິບ.

ໂດຍໜຸ່ມບອຍໄດ້ໂພສພາບ ພ້ອມຂໍ້ຄວາມສຸດດີໃຈໄວ້ວ່າ: ຝັນດີແລ້ວຄືນນີ້ ຂອບໃຈເມຍທີ່ໜ້າຮັກຫຼາຍໝເດີ້ ທີ່ເຮັດໃຫ້ຝັນຂອງຕົນເອງເປັນຈິງ ແອບສ່ອງລົດຄັນນີ້ມາດົນ ເຊີໄພ້ກັນແບບງົງໆ ເມຍສາຍເປ ຮັກເມຍເດີ້ ໂຄວິວິດຫາຍ ແລ້ວໄປທ່ຽວກັນ.

ເອີ້ນໄດ້ວ່າ ທັງພາບທັງຂໍ້ຄວາມສ້າງຮອຍຍິ້ມໃຫ້ກັບຊາວເນັດ ທັງສ້າງຄວາມອິດສາຕາຮ້ອນຂຶ້ນມາທັນທີເລີຍ.