ແຈ້ງປິດໂຮງຮຽນອະນຸບານດ່ວນ! ມີຜູ້ປົກຄອງເດັກອະນຸບານຕິດໂຄວິດ

0
2359

ໂຮງຮຽນ ລ້ຽງເດັກ ແລະ ອະນຸບານ ສີມີໄຊ ແຂວງສາລະວັນ ແຈ້ງການ ເຖິງຜູ້ປົກຄອງນັກຮຽນ ແລະ ພະນັກງານຄູ.ແຈ້ງການ ຮຽນ: ທ່ານຜູ້ປົກຄອງນັກຮຽນ ແລະ ພະນັກງານຄູ ທີ່ນັບຖື.

ວັນທີ 3/9/2011 ມີຜູ້ປົກຄອງນັກຮຽນຕິດເຊື້ອໂຄວິດ-19 (ນັກຮຽນ ຫ້ອງອະນຸບານ 3) ມີອາການໄຂ້, ເຈັບຄໍ ແລະ ລີ້ນບໍ່ຮັບລົດຊາດ ຈິ່ງໄປກວດ ຫາເຊື້ອໂຄວິດ-19 ຢູ່ໂຮງຫມໍແຂວງ ຜົນກວດຕອນແລງ ອອກມາເປັນບວກ (ຕິດເຊື້ອໂຄວິດ-19).

ຜ່ານການກວດເບິ່ງໃນກອງວົງຈອນປິດ ຜູ້ປົກຄອງ ນັກຮຽນ ແມ່ນບໍ່ໄດ້ເຂ້າມາໃນເດີ່ນໂຮງຮຽນ ແຕ່ວັນທີ 30/8 – 2/9/2001.

ສ່ວນອາການຂອງນັກຮຽນຫ້ອງອະນຸບານ 3 ແມ່ນຍັງບໍ່ທັນມີອາການ. ເພື່ອເປັນການຕິດຕາມອາການຢ່າງໃກ້ຊິດ ສະເຫນີໃຫ້ຜູ້ປົກຄອງນັກຮຽນ ແລະ ພະນັກງານຄູ ເບິ່ງແຍງສຸຂະພາບ ແລະ ກັດບໍລິເວນ 14 ມື້, ຖ້າມີອາການ ດັ່ງນີ້: (ຂີ້-ເຈັບຄໍ, ໄອ, ເຈັບຫົວ ແລະ ດິ່ນບໍ່ຮັບລົດຊາດ ແມ່ນໃຫ້ໄປກວດກາ ເຊື້ອໂຄວິດ-19.

ດ້ວຍຄວາມເປັນຫ່ວງວາກຜູ້ບໍລິຫານ, ຂໍໃຫ້ນັກຮຽນທຸກຄົນ ປອດໄພ ແລະ ສຸຂະພາບແຂງແຮງ. ຜູ້ບໍລິຫານໂຮງຮຽນຂໍໃຫ້ຜູ້ປົກຄອງນັກຮຽນ ແລະ ພະນັກງານຄູ ຊ່ວຍຕິດຕາມອາການ 14 ມື້ຂໍໃຫ້ທຸກຄົນປອດໄພ