ອາວະສານປະລິນຍາຕີ ຮຽນຈົບມາ ບໍ່ໄດ້ເຮັດວຽກ ແຕ່ສຸດທ້າຍໄດ້ເປັນແຕ່ແມ້ຄ້າ ແຕ່ກໍບໍ່ໜິ່ນເງິນນ້ອຍ

0
252

ຈາກໂພສ Manida Skt ໂພສວ່າ ມີແມ່ໃດຮຽນຈົບມາລະບໍ່ໄດ້ເຂົ້າພັກ-ລັດ ຫລື ເຮັດວຽກຄືແມ່ນີ້ແດ່ເມັ້ນສູ້ກັນຟັງແດ່….

ຊີວີດຂ້ອຍ ຮຽນຈົບມາ ຈົບຮອດປະລິນຍາຕີ (ຕອນຮຽນກະຮຽນບໍ່ເກັ່ງ ໄຄແຕ່ຈົບນຳຫມູ່ ພາສາຕ່າງປະເທດຢ່າເອີ່ຍຫາໄດ້ແຕ່ Good mornig)

ແຕ່ສຸດທ້າຍໄດ້ເປັນແຕ່ແມ້ຄ້າຂາຍຂອງ (ສົມຄວນແລ້ວ) ຊີວິດທີ່ບໍ່ສວຍຫລູ ຄືຄົນອື່ນ ຫມູ່ຄູ່ທີ່ຮຽນຈົບພ້ອມກັນ ບາງຄົນເປັນ ຕຳຫລວດ ບາງຄົນເປັນທະຫານ ບາງຄົນເປັນແພດ ບາງຄົນເປັນຄູ ເປັນອາຈານຕາມຄວາມຝັນໄຜມັນ ບາງຄົນເປັນ ພ/ງ ບໍລິສັດ

ແຕ່ແນມເບີ່ງໂຕເອງ ບໍ່ໄດ້ເປັນຫຍັງນອກຈາກແມ່ຄ້າ ອາຊີບແມ່ຄ້າ ບໍ່ມີຫນ້າມີຕາໃນສັງຄົມ ບໍ່ໄດ້ໃສ່ຊຸດງາມ ບໍ່ໄດ້ຂີ່ລົດຫລູ ຫມູ່ເພື່ອນກະມີບໍ່ຫລາຍ

ຂອບໃຈຜົວທີ່ຢູ່ຄຽງຂ້ອຍແລະຄອຍສັບຟອດຂ້ອຍຕະຫລອດບໍ່ເຄີຍຂັດບໍ່ເຄີຍອາຍທີ່ໄດ້ເມຍເປັນປະຊາຊົນທຳມະດາຊ່ອຍກັນທຳມາ ຫາກິນບໍ່ຫມີ່ນເງິນນ້ອຍບໍ່ຄອຍວາດສະຫນາ

ອວດຄວາມດຸຫມັ່ນ ບໍ່ໄດ້ອວດລວຍເດີ ເພາະບໍ່ແມ່ນຕະກຸນຄົນລວຍ ບໍ່ແມ່ນຄົນລວຍ ເຂົ້າໃຈຕິ ຢ່າມາເບາະສົບ ຫລັບຕາຊັງ ໃສ່ຢູ່ນິໃດ ຢິກXີໃດ

.

(ເງິນທີ່ເຫັນແມ່ນທຶນ ສ່ວນກຳໄລຢ່າເວົ້າເຖິງ 10,000ກີບ)
ຝາກກົດຕິດຕາມເພຈແມ່ນີ້ແດ່ເດີ, ອາວະສານປະລິນຍາຕີ