ຕັ້ງວົງຊຸມແຊວ! ເຈົ້າຂອງເຮືອນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍລະຫວ່າງກັກໂຕ 14 ມື້ພ້ອມ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ເຈົ້າໜ້າທີ່ ພະແນກຕຳຫຼວດທ່ອງທ່ຽວ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກອງພັນເຄື່ອນທີ່ໄວ,ອຳນາດການປົກຄອງບ້ານ, ປກສ ກອງຫຼອງບ້ານ ດົງນາທອງ
ເມືອງສີໂຄດຕະບອງ ນວ ລົງກວດພົບຮ້ານຂາຍເຄື່ອງທາງອອນລາຍຂອງນາງ ຫຼຽນຄຳ ອາຍຸ 24 ປີ ຢູ່ບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວ ທີ່ມີການຊຸມແຊວກິນດື່ມທາດເຫຼົ້າ(ປະເພດເບຍ) ແລະ ເປີດເພງສົ່ງສຽງເນື່ອງນັນທັງນີ້, ຍັງເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການຂັ້ນສູນກາງ ເຈົ້າໜ້າທີ່ກອງບັນຊາການ ຈຶ່ງໄດ້ອອກຄຳສັ່ງໃຫ້ກັກກັນບໍລິເວນກັບທີ່ ຈົນຄົບ 14 ວັນ ພ້ອມຮັບຜິດຊອບໃຊ້ຈ່າຍສິ້ນເປືອງໃນການກັກກັນໃນຄັ້ງນີ້.