ດ່ວນທີ່ສຸດ! ຫຼວງພະບາງແຈ້ງທຸກຄົນໃຫ້ຫ້ອງການນັກຮົບເກົ່າຈຳກັດບໍລິເວນ

0
869

ມາຮອດຕົ້ນເດືອນກັນຍາ ການແຜ່ລະບາດຂອງໂຄວິດ-19 ກໍ່ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍການຕິດເຊື້ອໃນຊຸມຊົນກຸ່ມຄົນ ແລະຄອບຄົວ, ຫຼ້າສຸດນີ້ນະຄອນຫຼວງພະບາງ ພົບຜູ້ຕິດເຊື້ອໂຄວິດ-19 ເຊິ່ງເປັນພະນັກງານພາຍໃນ ຫ້ອງການສະຫະພັນນັກຮົບເກົ່າ ແລະ ເຫັນວ່າມີຜູ້ທີ່ສຳຜັດໃກ້ສິດທີ່ເປັນພະນັກງານຫ້ອງຈຳນວນໜຶ່ງ.


ດ້ວຍເຫດນັ້ນ ເພື່ອເປັນການແກ້ໄຂສະຖານະການບໍ່ໃຫ້ເຊື້ອພະຍາດລຸກລາມບານປາຍ ເຈົ້ານະຄອນຫຼວງພະບາງ ຈຶ່ງອອກແຈ້ງການດ່ວນ ສະບັບເລກທີ 989/ຈນ.ຫຼບ ລົງວັນທີ 6 ກັນຍາ 2021 ໃນການປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນົກຮົບເກົ່າ ນະຄອນຫຼວງພະບາງ ເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ທີ່ອາດເປັນວົງກວ້າງຢູ່ນະຄອນ ຫຼວງພະບາງ.


ລາຍລະອຽດແຈ້ງການລະບຸວ່າ: ປະຈຸບັນໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອ ກໍລະນີທີ 50 ຂອງແຂວງຫຼວງພະບາງ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ເຮັດໃຫ້ສະຖານທີ່ດັ່ງກ່າວໄດ້ຮັບການສີດຢາຂ້າເຊື້ອຢ່າງທັນເວລາ ດັ່ງນັ້ນ, ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້:


1. ປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນົກຮົບເກົ່າ ນະຄອນ ຫຼວງພະບາງ.
2. ຫ້າມພະນັກງານ ແລະ ບຸກຄົນທີ່ໄດ້ຜູ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວຢູ່ຊຸມຊົນ, ຕາມສະຖານທີ່ຕ່າງໆເປັນເດັດຂາດ ແລະ ໃຫ້ພະນັກງານທັງຫມົດຢູ່ພາຍໃນຫ້ອງການສະຫະພັນນົກຮົບເກົ່ານະຄອນ ຫຼວງພະບາງ ຈໍາກັດບໍລິເວນຢູ່ສູນ ຫຼື ຢູ່ເຮືອນຂອງຕົນ ຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ ນັບແຕ່ວັນທີ 6 – 26 ກັນຍາ 2021.
3. ຜູ້ທີ່ມີຄວາມສ່ຽງຕ້ອງຮີບຮ້ອນລາຍງານຕົວເພື່ອເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງຫມໍທະຫານ 107.
4. ມອບໃຫ້ຄະນະພັກ, ສະເພາະກິດຂັ້ນນະຄອນ, ປະທານ-ຮອງປະທານ ສະຫະພັນນັກຮົບເກົ່າ ຊີ້ນໍາຕາມຄໍາແນະນໍາທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ(ຖ້າບຸກຄົນໃດຝ່າຝືນແມ່ນໃຫ້ປະຕິບັດວິໄນຕາມລະບຽບການ).
5. ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 6 ກັນຍາ 2021 ເປັນຕົ້ນໄປ ຈົນກ່ວາຈະມີການປ່ຽນແປງ.