ໄຟຟ້າເປັນສິ່ງຈຳເປັນສຸດໃນຊີວິດສຳລັບປະຈຸບັນ ແຕ່ໄຟຟ້າກໍ່ມັກຈະເປັນບັນຫາໃຫ້ສັງຄົມໄດ້ຖົກຖຽງກັນຕະຫຼອດ ອັນເນື່ອງມາຈາກຄ່າໄຟແພງ ເຊິ່ງນັ້ນອາດເກີດຈາກຫຼາຍສາເຫດລວມທັງຄວາມຊຸດໂຊມຂອງໝໍ້ນັບໄຟ ເພື່ອແກ້ໄຂບັນຫາທີ່ອາດເກີດຂຶ້ນ ທາງໄຟຟ້າລາວໄດຈັດສົ່ງວິຊາການລົງກວດກາພ້ອມປ່ຽນຖ່າຍໝໍ້ນັບໄຟທີ່ເກົ່າແກ່ຊຸດໂຊມອອກ ແລະເອົາຊຸດໃໝ່ເຂົ້າແທນໃນຫຼາຍເຂດບ້ານແລ້ວ.
ໃນວັນທີ 6 ກັນຍາ 2021 ສູນບໍລິການໄຟຟ້າ ເມືອງຊະນະຄາມ ໄດ້ລົງປ່ຽນຖ່າຍໝໍ້ນັບໄຟເປ່ເພ ເສື່ອມຄຸນນະພາບ ຢູ່ບ້ານ ນາປາຝາ ແລະບ້ານນ້ຳພອກ ເຊິ່ງມີຈຳນວນ11ໜ່ວຍ ເພື່ອແກ້ໄຂກ່ຽວກັບບັນຫາຕ່າງໆ ແລະ ໃຫ້ຖືກຕ້ອງ ຕາມມາດຕະຖານ ການຄິດໄລ່ຄ່າພະລັງງານ ຊົມໃຊ້ ລະຫວ່າງ ຜູ້ຊົມໃຊ້ກັບລັດວິສາຫະກິດໄຟຟ້າລາວ.
ນອກນັ້ນແລ້ວ ຍັງໄດ້ຕັດຕົ້ນໄມ້ ຕາມແລວຕາຂ່າຍ ຈຸດທີ່ມີຄວາມສ່ຽງ ທີ່ຈະເຮັດໃຫ້ເກີດ ໄຟຟ້າ ລັດວົງຈອນ ,ໄຟຕົກໄຟມອດໄດ້.