ຮູ້ແລ້ວຫຼືຍັງ..!!! 6 ສັບພະຄຸນ ຈາກໃນສີຂາວໆຂອງໝາກແຕງໂມດີຕໍ່ສຸຂະພາບຫຼາຍຢ່າງ.
ໂດຍປົກກະຕິແລ້ວທຸກຄົນກີນໝາກແຕງໂມມັກຈະກີນແຕ່ໃນສີແດງ ສ່ວນສີຂາວກໍ່ແກ່ວງຖີ້ມກັບເປືອກຂອງມັນ ຍ້ອນບໍ່ມີໃຜຮູ້ເຖິງສັບພະຄຸນ ທີ່ຈິງແລ້ວສ່ວນນັ້ນມີປະໂຫຍດມະຫາສານ ທີ່ສຳຄັນເປັນຢາເພີ່ມສະມັດຕະພາບທາງເພດ, ຊ່ວຍຕ້ານມະເຮັງອີກຕ່າງຫາກ.
ໃນໝາກແຕງໂມນັ້ນອຸດົມສົມບູນໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດບໍ່ວ່າຈະເປັນຄາໂບໄຮເດຣດ, ເສັ້ນໃຍ, ແຄມຊຽມ, ແມັກນີຊຽມ, ທາດເຫຼັກ, ວິຕາມິນເອ, ບີ1-6 ແລະອື່ນໆ ໃນໝາກແຕງໂມຍັງມີສານສຳຄັນທີ່ເອີ້ນວ່າ ໄລໂຄປີນ ຊຶ່ງເປັນສານຕ້ານອະນຸມຸນອິດສະຫຼະ ທີ່ສາມາດຊ່ວຍໃນເລື່ອງຂອງຫົວໃຈ ແລະມະເຮັງນຳ.
ທັງໝົດນັ້ນແມ່ນສ່ວນສີແດງເທົ່ານັ້ນ ສ່ວນເນື້ອສີຂາວກໍ່ມີປະໂຫຍດບໍ່ນ້ອຍໄປກວ່າສ່ວນສີແດງເລີຍ ເມື່ອທ່ານຮູ້ແລ້ວຕ້ອງຄິດເສຍດາຍທີ່ຜ່ານມາ ແຕ່ລອງວັນນີ້ກໍ່ຍັງບໍ່ສວາຍເກີນໄປ ຊຶ່ງ 6 ສັບພະຄຸນຂອງຊັ້ນຂາວໃນເນື້ອໝາກໂມນັ້ນປະກອບມີ:
1. ເໝາະສຳລັບຄົນທີ່ອອກກຳລັງກາຍ ຈະກີນກ່ອນ ຫຼື ຫຼັງກໍ່ດີ ຖ້າກິນກ່ອນອອກກຳລັງກາຍຈະຊ່ວຍຫຼຸດອາກາດປວດຂອງກ້າມຊີ້ນ, ກິນຫຼັງຈະຊ່ວຍຟື້ນຟູກ້າມຊິ້ນ ເພາະໃນສ່ວນຂາວໆນັ້ນອຸດົມໄປດ້ວຍກົດອະມິໂນ.
2. ຊ່ວຍເພີ່ມສະມັດຕະພາບທາງເພດ: ໝາກໂມບໍ່ຕ່າງຫຍັງກັບໄວອະກ້າທີ່ເປັນທີ່ລືຊື່ໃນຢາເສີມກຳລັງ ກົດຊະນິດນີ້ເອີ້ນວ່າກົດອະມີໂນ ສາມາດກະຕຸ້ນລະບົບໄຫຼວຽນຂອງເລືອດ ແລະເພີ່ມສະມັດຕະພາບທາງເພດໄດ້.
3. ຊ່ວຍຫຼຸດນ້ຳໜັກ: ໃນສ່ວນຂອງຊັ້ນສີຂາວຕິດເປືອກໝາກໂມນັ້ນຈະອຸດົມໄປດ້ວຍໄຟເບີ ຊ່ວຍໃຫ້ອີ່ມໄວຂຶ້ນ, ຊ່ວຍລະບາຍທ້ອງ ແລະຍັງມີສັກກະຍະພາບໃນການເຜົາຜານ ທັງຊ່ວຍລະບົບຍ່ອຍອາຫານອີກດ້ວຍ.
4. ຊ່ວຍຫຼຸດຄວາມດັນເລືອດ: ໃນສ່ວນສີຂາວຂອງໝາກໂມນັ້ນມີຄຸນສົມບັດທາງຢາຊ່ວຍຂັບນ້ຳຍ່ຽວ ກຳຈັດສ່ວນເກີນໃນກະແສເລືອດ ແລະຊ່ວຍໃຫ້ພາວະຄວາມດັນເລືອດສູງຫຼຸດລົງ.
5. ດີຕໍ່ລະບົບຂັບປັດສະວະກໍ່ຄືຍ່ຽວ: ເນື້ອໝາກໂມສີຂາວສາມາດຊ່ວຍກຳຈັດນ້ຳສ່ວນເກີນອອກຈາກຮ່າງກາຍໄດ້ດີທີ່ສຸດ ນອກນີ້ຍັງຊ່ວຍຮັກສາໄຕ ແລະລ້າງລະບົບທາງເດີນປັດສະວະໃຫ້ສະອາດ ຖ້າຢາກໃຫ້ລະບົບປັດສະວະ ຫຼື ທໍ່ສົ່ງນ້ຳຍ່ຽວທຳງານໄດ້ດີຂຶ້ນຄວນເພີ່ມການດື່ມນ້ຳໃຫ້ໄດ້ມື້ລະ 8-12 ຈອກຕໍ່ວັນຕື່ມອີກ
6. ຊ່ວຍປ້ອງກັນມະເຮັງ: ໝາກໂມອຸດົມໄປດ້ວຍສານໄລໂຄປິນ ທີ່ເປັນສານຕ້ານອະນຸມຸນອິດສະຫຼະທີ່ພົບຫຼາຍທີ່ສຸດໃນໝາກໄມ້ສີແດງ ຜົນການວິໄຈພົບວ່າ ໄລໂຄຟິນມີສ່ວນຊ່ວຍຢັບຢັ້ງການເກີດມະເຮັງໄດ້ເຖິງ 34% ອີກທັ້ງຍັງມີສ່ວຍຊ່ວຍປ້ອງກັນ ແລະຫຼຸດຄວາມສ່ຽງທີ່ຈະເປັນມະເຮັງບາງຊະນິດເຊັ່ນ: ມະເຮັງຊ່ອງປາກ, ມະເຮັງຫຼອດອາຫານ, ມະເຮັງຕັບອ່ອນ, ມະເຮັງປາຍລຳໄສ້ແກ່ ແລະ ມະເຮັງກະເພາະອາຫານອີກດ້ວຍ.
ທັງໝົດທັງມວນນັ້ນລ້ວນໄດ້ມາຈາກສ່ວນທີ່ທຸກຄົນມັກຈະດຶກລົງໃສ່ກະຕ່າຂີ້ເຫຍື້ອມາໂດຍຕະຫຼອດ ແຕ່ຫຼັງຈາກນີ້ຢ່າເຮັດອີກ ແລ້ວນຳມາໃຊ້ໃຫ້ເກີດປະໂຫຍດແກ່ຊີວິດ,ສຸຂະພາບຂອງທ່ານດີກວ່າ.