ວັນທີ 8 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 211 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 211 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 23 ຄົນ ( 16 ຄົນ ເປັນກໍລະນີນຳເຂົ້າ)( 7 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 31 ຄົນ ( 15 ຄົນ ເປັນກໍລະນີນຳເຂົ້າ) ( 16 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 63 ຄົນ ( 53 ຄົນ ເປັນກໍລະນີນຳເຂົ້າ) ( 10 ຄົນ ໃນຊຸມຊົນ), ແຂວງສາລະວັນ: 41 ຄົນ ( 34 ຄົນ ເປັນກໍລະນີນຳເຂົ້າ) ( 7 ຄົນ ໃນຊຸມຊົນ), ແຂວງບໍ່ແກ້ວ ຕົ້ນເຜິ້ງ 5 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 40 ຄົນ ( 10 ຄົນ ເປັນກໍລະນີນຳເຂົ້າ) ( 30 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 8 ຄົນ ( 6 ຄົນ ເປັນກໍລະນີນຳເຂົ້າ) ( 2 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ