ອ່ານດ່ວນ! ນະຄອນຫຼວງ ສັ່ງເດັດຂາດ ໃຜລະເມີດຄຳສັ່ງ ປັບໃໝ 5 ແສນ -10 ລ້ານກີບ

0
5806

ແຈ້ງການ ກ່ຽວກັບການເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ- 19 ຢູ່ນະຄອນຫຼວງວຽງຈັນ ຮຽນ: – ຫົວຫນ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການ, ອົງການທຽບເທົ່າ
ພະແນກ ນະຄອນຫຼວງວຽງຈັນ; – ເຈົ້າເມືອງ ແລະ ນາຍບ້ານ ທົ່ວນະຄອນຫຼວງວຽງຈັນ; – ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນລາວ,

ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ນະຄອນຫຼວງວຽງຈັນ. – ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2001; – ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021;
– ອີງຕາມ ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 15/ຈນວ, ລົງວັນທີ 30 ສິງຫາ 2021. 1. ໃຫ້ເພີ່ມທະວີ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ

ທີ່ໄດ້ລະບຸໄວ້ໃນແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2011, ຄໍາສັ່ງ ເລກທີ 15/ຈນວ, ລົງວັນທີ 30 ສິງຫາ 2021, ບັນດາຄໍາແນະນໍາຂອງຄະນະສະເພາະກິດ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກຢ່າງເຂັ້ມງວດ ແລະ
ເດັດຂາດ ໄປຈົນກວ່າຈະສາມາດຄວບຄຸມການແຜ່ລະບາດພະຍາດຢູ່ໃນຊຸມຊົນໄດ້; 2. ບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ລະເມີດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ
ໂຄວິດ -19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ – ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກ ແມ່ນ ຈະຖືກປັບໄຫມ ຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້:

– ບຸກຄົນລະເມີດ: ໃຫ້ປັບໄຫມ ແຕ່ 500.000 – 3.000.000 ກີບ/ຄົນ/ຄັ້ງ;
– ນິຕິບຸກຄົນລະເມີດ: ໃຫ້ປັບໄຫມ ແຕ່ 5.000.000 – 10.000.000 ກີບ/ນິຕິບຸກຄົນ/ຄັ້ງ. ມອບໃຫ້ກໍາລັງ ປກສ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມກວດກາ ໂດຍເລີ່ມຈາກການສຶກສາອົບຮົມ, ປັບໄຫມ, ສັ່ງໂຈະກິດຈະການ ແລະ ກ້າວໄປເຖິງດໍາເນີນຄະດີຕາມລະບຽບກົດຫມາຍ ຕາມກໍລະນີ ແຕ່ເບົາ ຫາ ຫນັກ. ດັ່ງນັ້ນ, ຈິ່ງໄດ້ແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ໃຫ້ການຮ່ວມມືໃນການຕັ້ງປະຕິບັດ