ເຕືອນແລ້ວບໍ່ຟັງ…!!! ຂໍໃຫ້ຢຸດ ໃຫງົດກ່ອນສາ ໃຜລະເມີດບໍ່ປະຕິບັດ ຕ້ອງຖືກປັບໄໝພ້ອມ ກັກໂຕພ້ອມ ເສຍເງິນນຳອີກ

0
780

ຫັນລະບໍເວົ້າແລ້ວເຕືອນແລ້ວ ແຕ່ບໍ່ຟັງ..ເຈົ້າໜ້າທີ່ເພີ່ນເຮັດແທ້ທຳຈິງເດີ້  ຂໍໃຫ້ຢຸດ ງົດກ່ອນ ຖ້າໃຜລະເມີດບໍ່ປະຕິບັດຖືກປັບໄໝພ້ອມເຮັດບົດບັນທຶກ ກັກໂຕພ້ອມ ເສຍເງິນນຳອີກ

ໂດຍປະຕິບັດຕາມຄໍາສັ່ງເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021, ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ; ໃນວັນທີ 3-5 ກັນຍາ 2021ເປັນຕົ້ນມາ

ເຈົ້າໜ້າທີ່ຕໍາຫຼວດ ຈະລາຈອນ ນວ ນໍາໂດຍ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານຈະລາຈອນ, ພ້ອມຄະນະ ໄດ້ລົງຕິດຕາມການກວດກາພາຫະນະ ສັນຈອນໄປ-ມາຕາມທ້ອງຖະໜົນ ແລະ ໂຄສະນາສຶກສາອົບຮົມໃຫ້ຜູ້ລະເມີດຄໍາສັ່ງຮັບຮູ້ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ການລົງຕັ້ງດ່ານກວດກາພາຫະນະເຂົ້າ-ອອກ ນະຄອນຫຼວງວຽງຈັນ ຄັ້ງນີ້ ມີທັງໝົດ 15 ຈຸດ, ນັບແຕ່ວັນທີ 3-5 ກັນຍາ 2021, ໄດ້ກວດກາລົດທັງໝົດຈໍານວນ 3.076 ຄັນ,

ໃນນີ້ໄດ້ກວດກາລົດກະບະ, ລົດຈິບ, ລົດຕູ້ ແລະ ລົດເກງ ມີ1.706 ຄັນ, ລົດຈັກມີ 567 ຄັນ ແລະ ລົດບັນທຸກສິນຄ້າ 803 ຄັນ;ໄດ້ແນະນໍານັກຂັບຂີ່, ຜູ້ໂດຍສານ ພ້ອມທັງສຶກສາອົບຮົມຕໍ່ຜູ້ລະເມີດຄໍາສັ່ງ 3.624 ຄົນ, ຍິງ 1.249 ຄົນ.

ເພື່ອເປັນການປ້ອງກັນສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈິ່ງຮຽກຮ້ອງມາຍັງນັກຂັບຂີ່

ຈົ່ງຊ່ວຍກັນເປັນເຈົ້າການໃນການປະຕິບັດຄໍາສັ່ງເລກທີ 015/ຈນວ ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ.