ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ປະກາດຮັບສະຫມັກ, ແຮງງານລາວທີ່ຖືກກະທົບຈາກພະຍາດໂຄວິດ-19 ແລະ ຜູ້ວ່າງງານ ທີ່ສົນໃຈຢາກຝຶກສີມືໄລຍະສັ້ນ (10 ວັນ ຟີຣ) ສາຂາຊ່າງ ຕັດຫຍິບເສື້ອຜ້າ ຈໍານວນ 43 ຄົນ ເພື່ອບັນຈຸເຂົ້າເຮັດວຽກທີ່ ບໍລິສັດ ຕັດຫຍິບ ອາເດັນ ໂຄດທິງ ຕັ້ງຢູ່ບ້ານຫນອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ(ມີຫໍພັກໃຫ້ຢູ່ຟຣີ)
ເງິນເດືອນເລີ່ມຕົ້ນ1,400,000-2,500,00/ເດືອນ
ສົນໃຈໂທຣ: 030 9210 090, 020 5975 2666
(ລາຍລະອຽດຜູ້ທີ່ຈະຝຶກແລະເຮັດວຽກຕົວຈິງຕ້ອງໄດ້ເຂົ້າມາປະກອບໃບສະຫມັກດ້ວຍຕົວເອງ)
1. ເງື່ອນໄຂຜູ້ສະໝັກມີດັ່ງນີ້:
ອາຍຸ 18-35 ປີ(ເພດຍິງ)
ເປັນຜູ້ທີ່ໄດ້ຮັບການສັກຢາວັກຊີນຄົບ
ຕ້ອງແມ່ນແຮງງານລາວ ຫລື ຜູ້ວ່າງງານ(ທີ່ຖືກຜົນກະທົບຈາກພະຍາດໂຄວິດ-19)
2. ສະຫວັດດີການ
ຕະຫຼອດໄລຍະການຝຶກ 10 ວັນ, ແຕ່ວັນທີ20-29/9/202 ການກິນ,ການພັກເຊົາແມ່ນທາງສູນຮັບຜິດຊອບ
ພາຍຫຼັງສໍາເລັດການຝຶກ 10 ວັນ ຈະໄດ້ເດີນທາງຂຶ້ນໄປນະຄອນຫລວງວຽງຈັນເພື່ອປະກອບເຂົ້າເຮັດວຽກ
ສະຖານທີ່ຕັ້ງຂອງສູນແມ່ນຕັ້ງຢູ່ ບ້ານ ຈັດສັນ(ຫລັກ7), ນະຄອນປາກເຊ, ແຂວງ ຈຳປາສັກ
(ຝຶກ 10 ວັນ ຢູ່ແຂວງ ຈຳປາສັກແລ້ວຂຶ້ນໄປເຮັດວຽກຢູ່ນະຄອນຫລວງວຽງຈັນ)
ກະນລຸນາຊ່ວຍກົດໄລກົດແຊຣເພື່ອເປີດໂອກາດໃຫ້ຜູ້ອື່ນໆໄດ້ເຂົ້າເຖິງ
ແຫລ່ງທີ່ມາ: ສູນພັດທະນາສີມືແຮງງານ ແຂວງ ຈຳປາສັກ ຈຳປາສັກ