ພຽງເດືອນດຽວ ພະນັກງານດ່ານໜ້າຕິດເຊື້ອໂຄວິດໄປແລ້ວ 100 ກວ່າຄົນ
ໂຄວິດ19 ຖືວ່າຍັງລະບາດຫຼາຍໃນ້ານເຮົາ ແລະ ໜ້າເປັນຫ່ວງສຳລັບຜູ້ຕິດເຊື້ອໃນຊຸມຊົນທີ່ເພີ່ມຂຶ້ນນັບມື້ ແລະ ຍິ່ງໜ້າເປັນຫ່ວງໄປກວ່ານັ້ນຄື ພະນັກງານແພດໝໍ ຫຼື ພະນັກງານດ່ານໜ້າ ທີ່ຕິດເຊື້ອໂຄວິດ19
ອີງຕາມການຖະແຫຼງຂ່າວຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 9 ກັນຍາວ່າ ວັນທີ 9 ກັນຍາ 2021 ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.742 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.219 ຄົນ, ໃນວັນທີ 8 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ້ານຕ່າງໆໃນ ສປປ ລາວ ຈຳນວນທັງໝົດ 2.143 ຄົນ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7.754 ຄົນ.
ສະຖານະການລະບາດຂອງພະຍາດໂຄວິດ-19ໃນທົ່ວໂລກ, ບັນດາປະເທດອ້ອມຂ້າງ ແລະ ສສປ ລາວ ແມ່ນຍັງບໍ່ມີທ່າອຽງຫຼຸດລົງ ເຊິ່ງເຮັດໃຫ້ເກີດມີຜົນກະທົບຢ່າງຫຼວງຫຼາຍ ບໍ່ວ່າຈະເປັນດ້ານສຸຂະພາບ, ດ້ານເສດຖະກິດ, ສັງຄົມ-ວັດທະນະທຳ, ຄົມມະນາຄົມ ຂົນສົ່ງ ແລະ ອື່ນໆ, ຫຼາຍກິດຈະການຖືກປີດເປັນເວລາດົນ, ມີແຮງງານທີ່ຫ່ວາງງານຈໍານວນຫຼາຍລວມທັງແຮງງານລາວທີ່ຕົກຄ້າງຢູ່ປະເທດອ້ອມຂ້າງ ແລ້ວກັບຄືນມາບ້ານເກີດເມືອງນອນເຮັດໃຫ້ມີການຕິດເຊື້ອພະຍາດກໍລະນີນໍາເຂົ້າໃນແຕ່ລະວັນເປັນຈຳນວນຫຼາຍ
ນອກຈາກກໍລະນີຕິດເຊື້ອນໍາເຂົ້າແລ້ວ ຍັງມີການລາຍງານຕິດເຊື້ອໃນຊຸມຊົນໃສ່ພະນັກງານດ່ານໜ້າ, ຄອບຄົວພີ່ນ້ອງ ແລະ ພະນັກງານໃນສໍານັກງານອົງການ, ບໍລິສັດຕ່າງໆທີ່ເຊື່ອມໂຍງຈາກກໍລະນີນໍາເຂົ້າ, ເນື່ອງຈາກການລະບາດ ປັດຈຸບັນເປັນສາຍພັນເດວຕາ ທີ່ມີອັດຕາການຕິດເຊື້ອຢ່າງໄວວາ, ນັບແຕ່ຕົ້ນເດືອນ ສິງຫາ ເຖີງ ເດືອນ ກັນຍາ 2021 ມີການລາຍງານ ການຕິດເຊື້ອໃນພະນັກງານດ່ານໜ້າ ແມ່ນມີເຖິງ 121 ຄົນ, ຫຼາຍກ່ວາໝູ່ ແມ່ນ ແຂວງຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ນະຄອນຫຼວງວຽງຈັນຕາມລະດັບ, ຕົວເລກນີ້ສະແດງໃຫ້ເຫັນວ່າພວກເຮົາມີຄວາມເປັນຫ່ວງ ເພາະ ມີຜົນກະທົບໃສ່ຈໍານວນ ບຸກຄະລາກອນທີ່ ເຂົ້າມາຮັບໄຊ້ໃນ ສູນຈຳກັດບໍລິເວນ, ໂຮງໝໍພາກສະໝາມ, ດ່ານເຂົ້າອອກ, ອື່ນໆ ແລະ ອາດເປັນປັດໃຈນຶ່ງທີ່ສະແດງໃຫ້ເຮົາເຫັນວ່າ ວົງຈອນຂອງພະຍາດ ອາດຈະມີການບົ່ມຊ້ອນໃນຊຸມຊົນ ຫຼື ມາດຕະການໃນການປ້ອງກັນຕົນເອງຍັງບໍ່ໄດ້ດີເທົ່າທີ່ຄວນ
ສະນັ້ນ ການປະຕິບັດມາດຕະການທີ່ທາງ ຄະນະສະເພາະກິດວາງອອກແມ່ນເປັນສິ່ງສໍາຄັນ ແລະ ທຸກຄົນໃນສັງຄົມຈະຕ້ອງປະຕິບັດຢ່າງເຂັ້ມງວດ ທັງໝົດນີ້ກໍ່ແມ່ນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ທຸກໆຄົນໃນສັງຄົມ, ທຸກຄົນຈົ່ງພ້ອມພຽງກັນ ຈັດຕັ້ງປະຕິບັດໂດຍສະເພາະ ແມ່ນການຮັກສາໄລຍະຫ່າງ, ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ສະຖານທີ່ອາກາດບໍ່ຖ່າຍເທ,
ບໍ່ໃຫ້ຊຸມແຊວເປັນກຸ່ມ, ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນ້ໍາສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70 ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ ແລະ ສີ່ງສຳຄັນທີ່ສຸດແມ່ນໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ໃນການສໍາພາດ ກ່ຽວກັບ ບັນດາຂໍ້ມູນການເຄື່ອນໄຫວ ແລະ ການສໍາພັດໃກ້ຊິດຂອງຜູ້ຕິດເຊື້ອ ເພາະເປັນສິ່ງທີ່ສໍາຄັນຫຼາຍ ເພື່ອຈະນໍາພາໄປຫາການຊອກຄົ້ນຫາກໍລະນີທີ່ຕິດເຊື້ອໃໝ່ໃຫ້ທັນເວລາ ແລະ ສາມາດຄວບຄຸມ ຂອບເຂດການລະບາດ ບໍ່ໃຫ້ແຜ່ອອກເປັນວົງກ້ວາງ.