ໃນເວລາ 08 ໂມງ 05 ນາທີ ຂອງວັນທີ 10 ກັນຍາ 202I ພາຍຸເຂດຮ້ອນ ໂກນເຊິນ ມີສູນກາງຢູ່ເຂດທະເລ ຈີນໃຕ້ຕອນກາງຢູ່ເສັ້ນຂະຫນານທີ 15.8 ອົງສາເຫນືອ ແລະ ເສັ້ນແວງທີ II.6 ອົງສາຕາເວັນອອກ
ພວມເຄື່ອນທີ່ມາ ທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ມີຄວາມໄວສູງສຸດຢູ່ໃກ້ຈຸດສູນກາງປະມານ 30 ແມັດຕໍ່ວິນາທີ, ຄາດຄະເນວ່າ ພາຍຸຫົວນີ້ຍັງຈະສືບຕໍ່ເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ
ໃນ ຕອນເຊົ້າຂອງວັນທີ 13 ກັນຍາ 2021. ຫຼັງຈາກນັ້ນ ຈະອ່ອນກໍາລັງເປັນພາຍຸດີເປູ່ຊັ້ນ ແລະ ຈະເຄື່ອນທີ່ຜ່ານພາກ ກາງ ຫາພາກໃຕ້ ຂອງ ສປປ ລາວ ໃນໄລຍະວັນທີ 13 ຫາ 14 ກັນຍາ 2021 ນີ້, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບ ອາກາດໃນ ສປປ ລາວ ດັ່ງນີ້:
+ ໄລຍະວັນທີ 11 – 12 ກັນຍາ 2021: ຈະມີຝົນຕົກຫນັກ ແລະ ລົມພັດແຮງ ຢູ່ເຂດພາກໃຕ້
+ ໄລຍະວັນທີ່ 13 –I5 ກັນຍາ 2021: ຈະມີຝົນຕົກຫນັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເຫນືອ,
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ເປັນຕົ້ນແມ່ນ
ຢູ່ແຂວງ ສາລະ ວັນ, ຈໍາປາສັກ, ອັດຕະປື, ເຊກອງ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງນ້ໍາທາ, ໄຊສົມບຸນ, ໄຊຍະບູລີ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.
ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນ ເຈື່ອນ, ນໍ້າຖ້ວມຊູ ແລະ ນ້ໍາຖ້ວມຍິ່ງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ. ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸ ທົກກະສາດ ໃນໄລຍະ 4 ວັນຕໍ່ຫນ້ານີ້.