ຊີວີດແມ່ນີ້ຄືມີພາລະຫຼາຍແທ້…ວອນເຫັນໃຈ..ຂໍວອນຄວາມເມດຕານຳສັງຄົມຊ່ວຍເມດຕາຊ່ວຍແມ່ດາວວອນດ້ວຍເທີດ..ແມ່ດາວວອນ (ແມ່ຕູ້ຂອງເດັກນ້ອຍທີ່ເສຍຊີວິດ) ແມ່ຕູ້ດາວອາຍຸ50ປີ ບ້ານນາໄຫ ເມືອງຫາດຊາຍຟອງ ມີລູກເປັນ10 …..
ຫາຄົນສີກີນແຮງເກືອບບໍ່ມີແຖມມີພາລະຕ້ອງລ້ຽງຫຼານທີ່ປ່ວຍເປັນໂລກຫົວໃຈແຕ່ກຳເນີດ ນັນກໍ່ຄືນ້ອງນິກອນ ອາໃສແຕ່ຜົວ(ພໍ່ຕູ້)ໄປເຮັດວຽກເປັນຢາມ ແລະຕົນອາໃສຫາກີນນຳບ້ານ ຄົນຫາເງີນໃນບ້ານເກືອບຈະບໍ່ມີຍ້ອນແຕ່ລະຄົນຍັງນ້ອຍບາງຄົນກໍ່ບໍ່ຮູ້ຄວາມແລະເສຍອົງຄະບໍ່ຄ່ອຍສົມປະກອບແລະບໍ່ເຕັມ
ໃນຊ່ວງທີ່ປີ່ນປົວຫຼານນອນໂຮງຫມໍບາງມື້ກະຈົນໄດ້ຂໍກີນນຳຄົນໄກ້ເຮືອນຄຽງ ຂໍພີ່ນ້ອງ ບາງມື້ກະໄດ້ຂໍກີນນຳເເພດໝໍຢູ່ໂຮງໝໍເພີ່ນເຫັນເພີ່ນອີ່ຕົນເພີ່ນກໍ່ຊ່ວຍ ຍ້ອນວ່າຂັດສົນລຳບາກແຮງ ລູກສາວ(ແມ່ນ້ອງນິກອນຜູ້ເສຍຊີວິດ)ກະບໍ່ຄົນມີໂລກປະຈຳໂຕບໍ່ສາມາດດູແລລູກໄດ້
ລູກເຂີຍກະໄປອີກທາງ ຍ້ອນເດັກນ້ອຍເອົາກັນບໍ່ລ້ອນແນ່ ພາລະທັງຫມົດຈື່ງຕົກມາຢູ່ແມ່ດາວວອນຜູ້ເປັນແມ່ຕູ້ ໄດ້ຮັບພາລະລ້ຽງຫຼານແຕ່ເກີດ ແລະທັງລ້ຽງລູກທີ່ຍັງນ້ອຍແລະຄົນທີ່ບໍ່ເຕັມ
ທຸກຄົນແມ່ດາວແລະຜົວຍັງປະຄົບປະງົມດັງໄຂ່ໃນຫີນ ເຖືງຕົນລຳບາກເພີ່ນກໍ່ເຂັ້ມແຂງສູ້ ເຮົາເຫັນແລ້ວກະອົດເຫັນໃຈບໍ່ໄດ້ ໃນຊ່ວງທີ່ເອົາຫຼານເຂົ້າໂຮງຫມໍແມ່ດາວກະບໍ່ມີຮອດເງີນຈັກກີບ ໄດ້ເລາະຂໍເຂົ້າໄທບ້ານ ແລະຕິດຫນີ້ຄ່າຮັກສາຢູ່ໂຮງໝໍແຫ່ງໜື່ງໃນລາຄາແຕ່700.000ກີບ
ກະຍັງບໍ່ມີຈ່າຍ ຈົນນະຕອນນີ້ຫຼານເສຍຊີວີດ ກໍ່ຍັງບໍ່ໄດ້ໃຊ້ໜີ້ໂຮງຫມໍເລິຍ ທາງບ້ານລຳບາກຫຼາຍ ຫຼານເສຍກໍ່ບໍ່ມີຮອດເງີນຈັດງານສົບ ສະນັ້ນທາງຄອບຄົວຈື່ງຮ້ອງຂໍພວກເຮົາເຂົ້າຊ່ວຍເຮັດພິທີທາງສາດສະໜາ ເພື່ອສົ່ງບຸນອະນິສົງນີ້ໃຫ້ຜູ້ເປັນຫຼານເພີ່ນຢ່າເກີດມານຳຄອບຄົວທຸກຢາກຮອດບໍ່ມີໂລງໃສ່ແລະຢ່າເອົາພະຢາດມານຳຄືຊາດນີ້ດ້ວຍເທີດ
ສະນັ້ນທາງເຮົາຈື່ງໄດ້ຈັດງານສົບໃຫ້ ແລະວອນສັງຄົມຜູ້ມີເມດຕາຊ່ວຍເພີ່ນນຳອີກແຮງດ້ວຍເທີດ..ທ່ານສາມາດສົບທົບຊ່ວຍເຫຼືອຜ່ານຊ່ອງທາງ ບັນຊີມູນນິທິຊ່ວຍເຫຼືອຄົນທຸກຍາກ ນະຄອນຫຼວງ ຕາມບັນຊີດ້ານລູ່ມໄດ້ເລີຍ