ລາຍ​ລະ​ອຽດ​ຜູ້ ຕ ິ ດ ເ ຊ ື ້ ອ​ໃນ​ຊຸມ​ຊົນມື້​ນີ້ 96, ແຂວງຈຳປາສັກ 57 ຄົນ

0
117

ສປປລາວ ພົບກໍລະນີຕິດເຊື້ອໃຫມ່່ 217 ຄົນ; ໃນນິີ້ເປັນກໍລະນີໃນຊຸມຊົນພາຍໃນ 96 ຄົນ ຫຼາຍກວ່າໝູ່ແມ່ນແຂວງຈຳປາສັກ 57 ຄົນ ຮອງມາແມ່ນ, ຄໍາມ່ວນ 26 ຄົນ


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 12 ກັນຍາ 2021 ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ ວ່າ

ໃນວັນທີ 11 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4.092 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 217 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 96 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 121 ຄົນ ເຊິງ ມາຈາກ ແຂວງສາລະວັນ 49 ຄົນ, ສະຫວັນນະເຂດ 46 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 9 ຄົນ,ຈໍາປາສັກ 4 ຄົນ, ແລະ ຫຼວງພະບາງ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.


ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຄື 96 ຄົນ ຈຳປາສັກ 45 ຄົນ ບ້ານຫຼັກ 40 ມີ 18 ຄົນ, ຄົນບ້ານມ່ວງ 1 ຄົນ ແລະ ຄົນບ້ານສະໂນດ 1 ຄົນ, ບ້ານ ນໍ້າໃສ ເທີງ 16 ຄົນ, ບ້ານໜອງປັກແຮດ 9 ຄົນ
ຄໍາມ່ວນ 26 ຄົນ ບ້ານ ດອນຊ້າງ 3 ກໍລະນີ, ບ້ານ ເມືອງສຸມ 1 ກໍລະນີ, ບ້ານ ມ່ວງສຸ່ມ 1 ກໍລະນີ, ບ້ານ ຈອມແຈ້ງ 1 ກໍລະນີ, ບ້ານ ຈອມເພັດ 4 ກໍລະນີ, ບ້ານ ຈອມແກ້ວ 1 ກໍລະນີ


ບ້ານ ສັນຕິສຸກ 1 ກໍລະນີ, ບ້ານ ຈອມທອງ 2 ກໍລະນີ, ບ້ານ ສົມສະໜຸກ 1 ກໍລະນີ, ບ້ານ ໂພນສະອາດ 6 ກໍລະນີ, ບ້ານ ສຸກສະຫວັນ 1 ກໍລະນີ, ບ້ານ ຖ້ຳ 1 ກໍລະນີ, ບ້ານ ລຳມະລາດ 1 ກໍລະນີ
, ບ້ານ ວຽງວິໄລ 2 ກໍລະນີ
ບໍ່ແກ້ວ 6 ຄົນ, ໃນນັ້ນ ມາຈາກເຂດສາມຫຼ່ຽມຄຳ 5 ຄົນ


ສະຫວັນນະເຂດ 4 ຄົນ ເພດຊາຍ, ອາຍຸ 28 ປີ, ອາຊີບ: ພະນັກງານແພດເຮັດວຽກຢູ່ເມືອງຈຳພອນ ທີ່ໄດ້ມາປະຈຳການຢູ່ໂຮງໝໍພາກສະໜາມ, ເພດຍິງ, ອາຍຸ 48 ປີ, ອາຊີບ: ແມ່ເຮືອນ, ບ້ານ ໄຊຍະມຸງຄຸນ, ເມືອງນະຄອນໄກສອນ (ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ), ເພດຊາຍ, ອາຍຸ 53 ປີ, ອາຊີບ ພະນັກງານຕຳຫຼວດ, ບ້ານຊອກ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ)
ເພດຊາຍ, ອາຍຸ 49 ປີ, ອາຊີບ ພະນັກງານຕຳຫຼວດ, ບ້ານອຸດົມວິໄລ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ)
ນະຄອນຫຼວງວຽງຈັນ 1 ຄົນ ຈາກ ບ້ານດອນຫນູນ ເມືອງໄຊທານີ


ສາລະວັນ 1 ຄົນ, ເພດຍີງ, ອາຍຸ 24 ປີ, ອາຊີບຄ້າຍຂາຍ, ບ້ານຫລັກສອງ ເມືອງສາລະວັນ ຜູ້ກ່ຽວຫາກໍ່ເກີດລູກໃຫມ່ ໄດ້ 6-7 ມື້ ແລະ ຍັງຢູ່ກໍາ. ຜ່ານມາ ໄດ້ສໍາຜັດໃກ້ຊິດ ກັບພໍ່ປູ່ທີ່ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້.
ແຂວງວຽງຈັນ 1 ຄົນ ຈາກບ້ານໂພນແພງ, ເມືອງທຸລະຄົມ ສຳຜັດໃກ້ຊິດກັບຜູ້ເປັນແມ່ ທີ່ຕິດເຊື້ອກ່ອນໜ້ານີ້.
ຫຼວງນ້ຳທາ 1 ຄົນ ຈາກບ້ານ ພູຕີນ ເມືອງ ນາແລ, ຜູ້ກ່ຽວເດີນທາງມາແຕ່ ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ
ໄຊສົມບູນ 1 ຄົນ ຈາກບ້ານພູຄຳ


ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,936 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,093 ຄົນ.
ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ