ແຊບອກຕໍ່ໆ! ລະວັງກັນແດ່ເດີ້ ແມ່ຄ້າຕະຫຼາດລາວ -ອົດຊີ ຕ ິ ດ ໂ ຄ ວ ິ ດ 2 ຄົນ

0
1422

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:

-ນະຄອນຫຼວງວຽງຈັນ 9 ຄົນ: ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ເມືອງ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:

ຄອບຄົວທີ່ 01: ຕິດເຊື້ອ ມີ 03 ຄົນ (ຄຳສະຫວາດ 02 ຄົນ, ໂນນຄໍ້ 1, ມ. ໄຊເສດຖາ) , ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 07/09/2021
ຄອບຄົວທີ່ 02: ຕິດເຊື້ອ ມີ 02 ຄົນ, ອາຊີບຄ້າຂາຍຢູ່ຕະຫຼາດອົດຊີ ເມືອງ ສີໂຄດຕະບອງ, ບ້ານ ຢູ່ປັດຈຸບັນ ບ້ານ ດອນນົກຂຸ້ມ ເມືອງ ສີສັດຕະນາກ ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 09/09/2021

ຄອບຄົວທີ່ 03: ຕິດເຊື້ອ ມີ 04 ຄົນ, ດອນກະຊາຍ ເມືອງ ຫາດຊາຍຟອງ, ເດີນທາງກັບມາຮອດນະຄອນຫລວງວຽງຈັນທີ 10/09/2021