ຜູ້ພັນເບີຣດ ຕົກຫລົງມັກພັນລະຍາມາຕັ້ງແຕ່ ປ 6 ຮັກດຽວບໍ່ກິນເຫລົ້າ ບໍ່ມັກອອກໄປສ້າງສັນ ບໍ່ເຄີຍເຮັດໃຫ້ພັນລະຍາເສຍໃຈ ສົມກັບເປັນຜູ້ຊາຍໃນຝັນຂອງສາວໆຫລາຍໆຄົນແທ້ໆ ຍ້ອນວ່າ ຜູ້ພັນເບີຣດ ບໍ່ຫລິ້ນບໍ່ທ່ຽວ ແຖມຍັງໃຊ້ເວລາວ່າງໃນການອອກກຳລັງກາຍ ສ່ວນເລື່ອງຄວາມຮັກ ຜູ້ພັນເບີຣດຍອມຮັບແບບລູກຜູ້ຊາຍວ່າ ກະເຄີຍມີຢູ່
ແຕ່ຄວາມຮັກທີ່ມີໃຫ້ ປາມ ວະຣິນຍາ ພັນລະຍານັ້ນ ຜູ້ພັນເບີຣດ ໄດ້ເລົ່າໃຫ້ຟັງວ່າ ເປັນຄວາມຮັກທີ່ເກີດຂຶ້ນໃນສະໄຫມຮຽນໃນຊັ້ນປະຖົມ ປ6 ຕອນນັ້ນ ປາມຢູ່ຊັ້ນປະຖົມ ປ5 ແລ້ວຂ້ອຍກໍຕົກຫລົງຮັກລາວ ເຖິງຂັ້ນປະກາດກັບຫມູ່ເພື່ອນວ່າ ດຽວເຮົາຈະແຕ່ງງານກັບນ້ອງຄົນນີ້ ແຕ່ຕອນນັ້ນ ປາມ ບໍ່ໄດ້ມັກຂ້ອຍ ຍ້ອນຖືກເຍາະເຍີຍ ເລື່ອງທີ່ຂ້ອຍຮັກລາວ ຈົນຮຽນຈົບ ແລະກະແຍກຍ້າຍກັນໄປ ມີໂອກາດໄດ້ມາພົບກັນອີກເທື່ອຫນຶ່ງ ເປັນຊ່ວງທີ່ຂ້ອຍຄິດຈະມີຄວາມຮັກອີກຄັ້ງ
.
ແຕ່ເທື່ອນີ້ຂ້ອຍຕັ້ງໃຈວ່າຢາກຈະຄົບຄົນໆຫນຶ່ງ ເພື່ອສະສາງເລື່ອງລາວ ທີ່ຄົງຄ້າງຄາໃຈນັ້ນ ກໍຄື ປາມຄົນທີ່ເຮົາແອບຮັກ ກໍເລີຍໂທໄປຫາ ແລະບອກເຂົາວ່າອ້າຍຂໍຈີບນ້ອງນະ ເຊິ່ງຜູ້ພັນເບຣີດ ເວົ້າເຖິງພັນລະຍາວ່າ ເຈີກັນຕອນນັ້ນ ປາມຈະເປັນຜູ້ຍິງຈ່ອຍໆ ສູງໆ ຈົ່ງຜົມຍາວ ມັກຜົມຂ້າງຫລັງ ເຮັດຜົມຫນ້າມ້າບ່ຽງຂ້າງຫນ່ອຍຫນຶ່ງ ນັ້ນຄືພາບອັນປະທັບໃຈ ຕັ້ງແຕ່ຍັງນ້ອຍໆ ແລະກໍເລີ່ມຈີບມາເລື້ອຍໆ ໂດຍເອົາຈົດຫມາຍ ແລະດອກໄມ້ໄປໃຫ້ປາມ ຂະນະທີ່ປຣາມ ກ່າວເຖິງຊ່ວງເວລານັ້ນວ່າ ຕອນນັ້ນຕົນ ຄືຖືກບັງຂັບແນວໃດບໍ່ຮູ້ ຄູ່ປະຈຳຊັ້ນກໍເຊຍ ເພາະຜູ້ພັນເບີຣດ ຮຽນເກັ່ງ ກິລາກະເກັ່ງ
.
ເລື່ອງລາວຄວາມຮັກຂອງຜູ້ພັນເບີຣດ_ປຣາມ ເຊິ່ງເປັນຄູ່ຮັກທີ່ເຮັດໃຫ້ຫລາຍໆຄົນອິດສາແທ້ໆ ທີມງານຂໍໃຫ້ທັງສອງຮັກກັນໄປດົນເດີ
ຖືກຍົກໃຫ້ເປັນຄູ່ຮັກ ຕົວຢ່າງ ມີວິທີຄອງຮັກກັນມາຍາວນານ ນັກສະແດງຫມຸ່ມເລົ່າວ່າ “ເຮົາໃຊ້ຄວາມອົດທົນ ແລະການໃຫ້ອະໄພເປັນສິ່ງທີ່ສຳຄັນ ປຣາມຕອບວ່າ ເຫັນອົກເຫັນໃຈກັນ ເຂົ້າໃຈວ່າເຂົາເປັນຄົນແນວໃດ ຕອນນີ້ ອ້າຍເບຣີດເຂົາມີພາລະກິດຫລາຍ ເຮົາກໍຫັນມາດູແລຕົນເອງຫລາຍກ່ອນທີ່ຈະຄິດວ່າເຂົາບໍ່ມີເວລາ
.
ຜູ້ພັນເບີຣດກ່າວວ່າ ມີຄວາມສຸກກັບຊີວິດກັບຄອບຄົວຫລາຍໆ ມີຄວາມຫມັ້ນຄົງທາງດ້ານຈິດໃຈຫລາຍຂຶ້ນ ສ່ວນເລື່ອງລູກ ກໍຂໍມີສອງຄົນ ເພາະຢ້ານພັນລະຍາເມື່ອຍ ແລະຖ້າມີພັນລະຍາ ໄປຫັນນີມູນໃນເມືອງໄທ ບໍ່ໄປເມືອງນອກ ສ່ວນປຣາມກໍກ່າວວ່າ ຮູ້ສຶກດີທີ່ໄດ້ແຕ່ງງານກັບຜູ້ພັນເບີຣດ ແລະ ມີຄົນເຂົ້າມາດູແລ