ເປັນອິກຂ່າວເສົ້າທີ່ສ້າງຄວາມສະເທືອນໃຈໃຫ້ແອັດອີກແລ້ວ ແລະ ແອັດເຊື່ອວ່າມັນຈະກະທົບຫຼາຍໆຄົນເຊັ່ນກັນ ເພາະເລື່ອງນີ້ມັນເປັນເລື່ອງທີ່ລະອຽດອ່ອນ.
ໂດຍເລື່ອງທີ່ແອັດຈະເວົ້າເຖິງນີ້ແມ່ນເຫດການໄຟໄໝ້ຂອງປະຊາຊົນ ຢູ່ບ້ານປາຫຼາຍ ເມືອງທ່າແຕງ ແຂວງເຊກອງ ຈາກສະພາບທີ່ເຫັນຄື ໄຟໄໝ້ໝົດເຮືອນເປັນເຖົ່າຖ່ານ ບໍ່ເຫຼືອຫຍັງເລີຍ.
ໂດຍຂໍ້ມູນຈາກຜູ້ໃຊ້ເຟສບຸກ ທ່ານໜຶ່ງໃຫ້ຮູ້ວ່າ: ໃນວັນທີ 12 ກັນຍາ 2021 ເກີດເຫດໄຟໄໝ້ ເຮືອນທ້າວບຸນຕົ້ວຢູ່ ບ້ານປາຫຼາຍ, ເມືອງທ່າແຕງ, ແຂວງເຊກອງ.
ຂະນະດຽວກັນຜູ້ກ່ຽວກໍ່ຂໍບໍລິຈາກນໍ້າໃຈຈາກສັງຄົມ ບໍ່ວ່າຈະເປັນເຂົ້າສານອາຫານແຫ້ງ ຫຼື ນໍ້າໃຈເປັນເງິນ ໃຫ້ໂອນເຂົ້າໝາຍເລກບັນຊີ (191120001072963001 ງົບA) ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມກ່ອນໂອນອີກ ຕາມເບີໂທ030 4921964.