ວັນຈັນ:ການງານ ກ່ຽວກັບເລື່ອງຂອງການງານແມ່ນຈະຊັກຊ້າ ບາງເທື່ອຮູ້ສຶກກັງວົນໃຈໃນເລື່ອງການງານ ຈຶ່ງຢາກຈະປ່ຽນງານເພື່ອຄວາມກ້າວຫນ້າທີ່ດີກວ່າໃນປະຈຸບັນ ການເງິນ ລະວັງການໃຊ້ຈ່າຍ ແລະການໃຊ້ເງີນໃນຊ່ວງນີ້ ແຕ່ກໍມີຄວາມສາມາດທີ່ຈະຫາເຂົ້າມາໄດ້ຢ່າງເປັນໂຊກ ຄວາມຮັກ ຄືຈະດີ ແຕ່ກໍຍັງບໍ່ເປັນຢ່າງທີ່ທ່ານຄາດຫວັງທັງໝົດ ໃນຊ່ວງນີ້ລະວັງການຂັດແຍ້ງກັບຄົນຮັກ
ວັນອັງຄານ:ການງານ ການເຈລະຈາຕໍ່ລອງທາງດ້ານການງານນຳພາຄວາມສຳເລັດມາສູ່ຕົນເອງ ຫລືໄດ້ຮັບຄວາມຊັດເຈນບາງຢ່າງໃນມື້ນີ້ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ແລະຈຳນວນເງີນທີ່ຕ້ອງເກັບຍັງໄດ້ບໍ່ກົງຕາມທີ່ເວົ້າໄວ້ ຄວາມຮັກ ຄວາມສຳພັນຍັງດຳເນີນໄປໄດ້ຢ່າງເລື່ອຍໆ ໃນຊ່ວງນີ້ ຖ້າໃຜຍັງບໍ່ມີຄົນຮັກ ຊ່ວງນີ້ກໍຈະມີຄົນມີຊື່ສຽງເຂົ້າມາໃນຊີວິດ
ວັນພຸດ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຕ້ອງເຮັດໃນສິ່ງທີ່ໃຈຮັກເທົ່ານັ້ນຈຶ່ງຈະມີຄວາມສຳເລັດ ແຕ່ອຸປະສັກຕ່າງໆ ກໍມີເປັນທຳມະດາ ການເງິນ ພະຍາຍາມບໍລິຫານການໃຊ້ຈ່າຍ ແລະການໃຊ້ເງີນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ ແລະມີໂຊກນ້ອຍໆ ເຂົ້າມາເຮັດໃຫ້ເຈົ້າຊະຕາດີໃຈໄດ້ນັ້ນເອງ ຄວາມຮັກ ຄວາມສຳພັນດ້ານຄວາມຮັກເປັນໄປຢ່າງທີ່ທ່ານຄາດຫວັງ ອາດຈະມີເລື່ອງມາເຮັດໃຫ້ກັງວົນໃຈ ແຕ່ກໍຈະສາມາດປັບຄວາມເຂົ້າໃຈກັນໄດ້
ວັນພະຫັດ:ການງານ ຈະພົບອຸປະສັກສະລັບກັນໄປໃນຊ່ວງນີ້ ເປັນຊ່ວງເວລາທີ່ຈະພິສູດຕົນເອງ ແຕ່ເມື່ອມີຄວາມຕັ້ງໃຈກໍຈະຜ່ານໄປໄດ້ ການເງິນ ມີໂຊກຈະໄດ້ເງິນຈາກຍາດພີ່ນ້ອງ ຫຼື ໝູ່ເພື່ອນ ຄົນໃກ້ຊິດຈະນຳພາໂຊກ ຫລືໂອກາດທີ່ດີມາສູ່ທ່ານ ຄວາມຮັກ ໄດ້ພົບໃຜບາງຄົົນທີ່ຈະເຂົ້າມາໃນຊ່ວງນີ້ ເປັນຄົນມີຄວາມຫມັ້ນໃຈ ຮູບຮ່າງສັນທັດ ຊຶ່ງໝູ່ຈະແນະນຳໃຫ້ຮູ້ຈັກກັນ
ວັນສຸກ:ການງານ ຈະຈັບຈະເຮັດງານຫຍັງໃນຊ່ວງນີ້ຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ມີຄວາມກ້າວໜ້າຢ່າງທີ່ຕັ້ງໃຈເອົາໄວ້ ການເງິນ ພົບອຸປະສັກຕິດຂັດ ແຕ່ກໍຈະຜ່ານພົ້ນໄປໄດ້ຈາກຄວາມພະຍາຍາມຂອງທ່ານເອງ ຄວາມຮັກ ມີຄວາມສຸກສົມຫວັງລົງຕົວ ມີໂອກາດພົບຄົົນທີ່ຖືກໃຈໃນຊ່ວງນີ້ ທ່ານຈະນຳຄວາມສຸກ ຫລືສິ່ງດີໆ ມາສູ່ທ່ານ
ວັນເສົາ:ການງານ ເຮັດຕາມຫນ້າທີ່ໃຫ້ດີທີ່ສຸດ ແລະເຮັດດ້ວຍຄວາມຮອບຄອບ ການວາງແຜນທີ່ດີ ຈະເຮໃຫ້ປະສົບຄວາມສຳເລັດໄດ້ບໍ່ຍາກ ການເງິນ ລະວັງເລື່ອງການໃຊ້ຈ່າຍ ໃນຊ່ວງນີ້ຄວນປະຢັດໄດ້ແລ້ວ ກ່ອນຈ່າຍສິ່ງໃດອອກໄປຄວນຄິດໃຫ້ຫລາຍ ຄວາມຮັກ ຈະໄດ້ພົບຄົນດີ ໃຜບາງຄົົນທີ່ຈະເຂົ້າມາສ້າງຄວາມຜູກພັນດ້ວຍບຸນເກົ່ານຳພາມາໃຫ້ໄດ້ພົບກັນ
ວັນອາທິດ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດ ຫລືໂຊກດີຢ່າງບໍ່ໜ້າເຊື່ອ ເກີດຄວາມຈະເລີນຮຸ່ງເຮືອງ ການເງິນ ຄວາມດຸໝັ່ນຈະນຳພາໂອກາດ ແລະຄວາມສຳເລັດມາສູ່ຕົນເອງ ໃຊ້ຄວາມພະຍາຍາມຫລາຍ ໆ ຈຶ່ງຈະດີ ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຄວາມສຳພັນ ເພາະໃນເລື່ອງຂອງໄລຍະທາງ ຫລືເວລາທີ່ບໍ່ກົງກັນຈຶ່ງບໍ່ໄດ້ພົບກັນ