ວັນທີ 21 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 331 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 331 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 179 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 176 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 64 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ)( 59 ຄົນ ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 17 ຄົນ ( 10 ຄົນ ເປັນກໍລະນີນຳເຂົ້າ) ( 7 ຄົນ ໃນຊຸມຊົນ), ແຂວງສາລະວັນ: 5 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ) ( 3 ຄົນ ໃນຊຸມຊົນ) , ແຂວງຄຳມ່ວນ 35 ຄົນ ( 7 ຄົນ ເປັນກໍລະນີນຳເຂົ້າ) ( 28 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 14 ຄົນ ( 8 ຄົນ ໃນຊຸມຊົນ) ( 6 ຄົນ ໃນຊຸມຊົນ) , ແຂວງບໍ່ແກ້ວ ( 3 ຄົນ ໃນຊຸມຊົນ) , ຊຽງຂວາງ 8 ຄົນ (ໃນຊຸມຊົນ) , ແຂວງວຽງຈັນ ( 8 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ